• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ອາເມລິກາ ຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19

ຕອນເຊົ້າວັນທີ 23 ເມສາ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ລັດຖະມົນຕີການຕ່າງປະເທດ ອາເມລິກາ ເຂົ້າຮ່ວມກອງປະຊຸມອອນລາຍພິເສດບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ ກ່ຽວກັບໂຄວິດ-19.

 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: VGP)

   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ເນັ້ນໜັກວ່າ ອາຊຽນ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຢູ່ໃນລະດັບສູງສຸດ, ຍູ້ແຮງການສົມທົບກັນກະທຳ ແລະ ຮັບມືຮ່ວມ ຕາມຈິດໃຈສະໜິດຕິພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະຂອງ ອາຊຽນ 2020.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີ ອາເມລິກາ ໜູນຊ່ວຍເຕັກນິກ, ຮ່ວມມືຄົ້ນຄວ້າການຄວບຄຸມ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19, ເອົາໃຈໃສ່ຮັບປະກັນສິດຜົນປະໂຫຍດ ແລະ ການປະພຶດສະເໝີພາບກັບພົນລະເມືອງບັນດາປະເທດ ອາຊຽນ ຢູ່ ອາເມລິກາ ແລະ ຍູ້ແຮງການຮ່ວມມືຫລຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຂອງໂລກລະບາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີບັນດາປະເທດຮ່ວມມື, ຫຼີກລ້ຽງການກໍ່ຜົນສະທ້ອນຕໍ່ຜົນສຳເລັດຂອງການຕໍ່ສູ້ຕ້ານໂຄວິດ-19 ລວມ.

 (ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top