• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ສະຫະປະຊາຊາດຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ

      ໃນລະຫວ່າງວັນທີ 12 – 14 ທັນວາ, ຢູ່ນະຄອນຫຼວງ ຈາກາຕາ, ລັດຖະບານອິນໂດເນເຊຍ ແລະ ສະຫະປະຊາຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາຝຶກອົບຮົມອາຊຽນ - ສະຫະປະຊາຊາດ ຄັ້ງທີ 1 ກ່ຽວກັບກົດໝາຍວ່າດ້ວຍທະເລ

 ອາຊຽນ ແລະ ສະຫະປະຊາຊາດຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ
(ພາບ: TTXVN)
      ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). ກອງປະຊຸມສຳມະນາອົບຮົມແມ່ນໜຶ່ງໃນບັນດາເນື້ອໃນຜັນຂະຫຍາຍແຜນການເຄື່ອນໄຫວເພື່ອປະຕິບັດຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງອາຊຽນ ແລະ ສະຫະປະຊາຊາດ ໄລຍະ 2016 – 2020, ເພື່ອແນໃສ່ສ້າງຄວາມສາມາດຮັບຮອງເອົາການບຳລຸງສ້າງດ້ານກົດໝາຍ ແລະ ເຕັກນິກກ່ຽວກັບກົດໝາຍວ່າດ້ວຍທະເລ, ພິເສດແມ່ນ UNCLOS ປີ 1982.
        ໃນ 3 ວັນດຳເນີນກອງປະຊຸມສຳມະນາຝຶກອົບຮົມ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປຶກສາຫາລືບັນດາບັນຫາຄື: ແນະນຳກ່ຽວກັບ UNCLOS, ລວມທັງເຫດການທີ່ກ່ຽວຂ້ອງຂອງສົນທິສັນຍາສຳລັບການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ເສດຖະກິດທະເລແບບຍືນຍົງ; ບັນດາເຂດເດີນເຮືອ, ລວມທັງການຂີດຂັ້ນ; ບັນດາສິດ ແລະ ພັນທະໃນການເດີນເຮືອ ແລະ ຄວາມສະຫງົບ, ປອດໄພໃນການເດີນເຮືອ…
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top