ຂ່າວສານ
ອາຊຽນ ແລະ ຄູ່ຮ່ວມມືຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເປັນ ລະບຽບຮຽບຮ້ອຍໃນພາກພື້ນອີງຕາມກົດໝາຍ
ທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+) (ພາບ: baomoi.com)
ກອງປະຊຸມໂດຍທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+) ຂອງຫວຽດນາມເປັນເຈົ້າພາບຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງ 26 ຄະນະຜູ້ແທນບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມື.
ກ່າວຄຳເຫັນ ໄຂກອງປະຊຸມ, ທ່ານພົນໂທຫງວຽນຈີວິງໄດ້ຢັ້ງຢືນວ່າ ໂລກລະບາດ Covid – 19 ບໍ່ພຽງແຕ່ແມ່ນບັນຫາທາງດ້ານສາທາລະນະສຸກ, ສັງຄົມ, ເສດຖະກິດເທົ່ານັ້ນ ຫາກຍັງແມ່ນ ບັນຫາກ່ຽວຂ້ອງເຖິງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດອີດດ້ວຍ. ຕໍ່ໜ້າບັນດາສິ່ງທ້າທາຍນີ້, ທ່ານພົນໂທຫງວຽນຈີວິ້ງ ໄດ້ຢັ້ງຢືນວ່າຄວນມີການຮ່ວມມືຢ່າງກ້ວາງຂວາງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສະແດງເຈດຕະນາດີເພື່ອແກ້ໄຂທຸກໆບັນຫາດ້ານຄວາມໝັ້ນຄົງໃນພາກພື້ນບົນພື້ນຖານກົດໝາຍສາກົນໂດຍສັນຕິວິທີ.ເຂົ້າຮ່ວມກອງປະຊຸມ, ທ່ານ Nishida yasunori ຮອງລັດຖະມົນຕີກະຊວງການປ້ອງກັນປະເທດຮັບຜິດຊອບການພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຍີ່ປຸ່ນໄດ້ເນັ້ນໜັກວ່າ ຍີ່ປຸ່ນສະໜັບສະໜູນຫຼັກໝັ້ນຂອງບັນດາປະເທດອາຊຽນ, ພິເສດແມ່ນຖະແຫຼງການຮ່ວມຂອງບັນດາການນຳທີ່ກອງປະຊຸມສຸດຍອດອາຊຽນ36 ໃນທ້າຍເດືອນມິຖຸນາທີ່ຜ່ານມາ.
ສ່ວນ ຜູ້ຕາງໜ້າສະຫະພາບເອີລົບກໍ່ຖືວ່າ: ບັນດາການກະທຳແບບພຽງລຳຟັງຝ່າຍດຽວຢູ່ພາກພື້ນຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງ, ນາບຂູ່ຕໍ່ຄວາມໝັ້ນຄົງ, ຄວາມປອດໄພ ແລະ ສັນຕິພາບຂອງພາກພື້ນ.
(ແຫຼ່ງຄັດຈາກ VOV)