ບັນດາລັດຖະມົນຕີໄດ້ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບ ໂຄວິດ-19 ຂອງ ອາຊຽນ ດ້ວຍຈຸດປະສົງລະດົມບັນດາແຫຼ່ງກຳລັງດ້ານການເງິນ ເພື່ອແກ້ໄຂສະພາບການຂາດເຂີນແຫຼ່ງສະໜອງອຸປະກອນການແພດ, ໜູນຊ່ວຍການຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວ ແລະ ວັກຊິນຕ້ານ ໂຄວິດ-19 ແລະ ກະກຽມໃຫ້ແກ່ກໍລະນີສຸກເສີນໃນອະນາຄົດ.
![](https://imagevietnam.vnanet.vn/Upload/2020/4/11/1104202009091186716aseannhattrithanhlapquyungphovoidaidichcovid19_wboz.jpg)
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ປະກາດໝາກຜົນກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 25 (ພາບ: TTXVN)່
ຖະແຫຼງການກໍ່ເນັ້ນໜັກວ່າ ບັນດາປະເທດ ອາຊຽນ “ໃຫ້ຄຳໝັ້ນສັນຍາ ຮັບປະກັນລະບົບສະໜອງໃນພາກພື້ນ ແລະ ຕະຫລາດເປີດ, ກໍ່ຄືສົມທົບກັນຢ່າງແໜ້ນແຟ້ນ ເພື່ອຫລຸດຜ່ອນຜົນກະທົບຂອງເສດຖະກິດຊຸດໂຊມໃນພາກພື້ນ ແລະ ໃນທົ່ວໂລກໃຫ້ຢູ່ໃນລະດັບຕ່ຳສຸດ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກອຸປະໂພກ ແລະ ປະຊາຄົມວິສາຫະກິດ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ”. ຕາມຖະແຫຼງການດັ່ງກ່າວ, ບັນດາລັດຖະມົນຕີກໍ່ສະແດງ ຄຳໝັ້ນສັນຍາຢ່າງແຮງ ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມລວມກ່ວາອີກ ແນໃສ່ຄວບຄຸມໂຄວິດ-19 ແລະ ບັນດາຜົນກະທົບເສດຖະກິດ ແລະ ສັງຄົມ ເຊິ່ງໂລກລະບາດກໍ່ຂຶ້ນໃຫ້ແກ່ພາກພື້ນ, ພິເສດແມ່ນໃນວິວັດການສ້າງປະຊາຄົມ ອາຊຽນ.
(ແຫຼ່ງຄັດຈາກ VOV)