• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ເພີ່ມທະວີການຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານພະລັງງານ

      ບັນດາປະເທດໃນພາກພື້ນ ອາຊຽນ ຈະຍູ້ແຮງການຮ່ວມມື ແລະ ແບ່ງປັນແຫຼ່ງກໍາລັງ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ຜ່ານການເປີດກວ້າງການເຊື່ອມຕໍ່ຕາໜ່າງໄຟຟ້າ ກໍຄືພັດທະນາພະລັງງານຜະລິດຄືນໃໝ່. 

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ທີ່ກອງປະຊຸມລັດຖະມົນຕີພະລັງງານບັນດາປະເທດ ອາຊຽນ 
ຄັ້ງທີ 36 (ພາບ: My Binh/Vietnam +)
      ນີ້ແມ່ນຄໍາໝັ້ນສັນຍາ ທີ່ບັນດາລັດຖະມົນຕີ, ຮອງລັດຖະມົນຕີຮັບຜິດຊອບພະລັງງານຂອງ 10 ປະເທດສະມາຊິກ ອາຊຽນ ໄດ້ເຫັນດີເປັນເອກະພາບ ທີ່ກອງປະຊຸມລັດຖະມົນຕີພະລັງງານບັນດາປະເທດ ອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຂຶ້ນຢູ່ ສິງກະໂປ ແຕ່ວັນທີ 25 – 29 ຕຸລາ.
        ທີ່ກອງປະຊຸມ, ບັນດາປະເທດສະມາຊິກ ອາຊຽນ ໄດ້ເຫັນດີເພີ່ມທະວີບັນດາໂຄງການເຊື່ອມຕໍ່ຕາໜ່າງໄຟຟ້າ ເພື່ອຊ່ວຍເພີ່ມການແລກປ່ຽນປະລິມານໄຟຟ້າ ໃຫ້ທົບສອງເທົ່າເມື່ອທຽບໃສ່ລະດັບປັດຈຸບັນ ຄືແຕ່ 5.200 MW ຂຶ້ນເປັນ 10.800 MW ໃນປິ 2020 ແລະ ເພີ່ມຂຶ້ນກວ່າ 16.000 MW ໃນຫຼັງປີ 2020. ບັນດາລັດຖະມົນຕີກໍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານພະລັງງານກັບບັນດາຄູ່ຮ່ວມມືລວມທັງບັນດາປະເທດ ແລະ ບັນດາອົງການພະລັງງານສາກົນ ເພື່ອໃຫ້ ອາຊຽນ ສາມາດຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການດ້ານພະລັງງານໃຫ້ແກ່ປະຊາຊົນ ກໍຄື ຫັນປ່ຽນພະລັງງານ ແລະ ມຸ່ງໄປເຖິງການນໍາໃຊ້ບັນດາແຫຼ່ງພະລັງງານສະອາດກວ່າໃນພາກພື້ນ.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາອົງການສາກົນ ເພື່ອແບ່ງປັນບົດຮຽນໃນການວາງນະໂຍບາຍ ແລະ ປະກາດບັນດາຂໍ້ຕົກລົງ ຊຸກຍູ້ການນໍາໃຊ້ພະລັງງານຜະລິດຄືນໃໝ່ໃຫ້ດີກວ່າອີກ ເພື່ອປະຊາຄົມ ອາຊຽນ ຂຽວງາມກວ່າ ແລະ ນໍາໃຊ້ພະລັງງານອັດສະລິຍະ.
 (ແຫຼ່ງຄັດຈາກ VOV)

      

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top