• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ເພີ່ມທະວີການຮ່ວມມືກັບທ້ອງຖິ່ນຕ່າງໆຂອງ ເມັກຊີໂກ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແຮວງນາມ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມື 2 ຝ່າຍລະຫວ່າງລັດ Colima ເວົ້າສະເພາະ ແລະ ເມັກຊີໂກ ເວົ້າລວມ ກັບ ຫວຽດນາມ ໃນບັນດາຂົງເຂດການຄ້າ, ການລົງທຶນ
ຄະນະຜູ້ແທນ ອາຊຽນ ເຂົ້າຮ່ວມເວທີປາໄສວິສາຫະກິດ ອາຊຽນ - Colima (ພາບ: TTXVN)

ໃນລະຫວ່າງວັນທີ 30 ພຶດສະພາ - 01 ມິຖຸນາ, ຄະນະຜູ້ຕາງໜ້າ ອາຊຽນ ປະຈຳ ເມັກຊີໂກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Colima, ເພື່ອເພີ່ມທະວີການພົວພັນໃນທຸກຂົງເຂດກັບທ້ອງຖິ່ນຢູ່ທາງທິດຕາເວັນຕົກ ເມັກຊີໂກ ແຫ່ງນີ້. ຢູ່ທີ່ນີ້, ຄະນະຜູ້ແທນ ອາຊຽນ, ລວມທັງ ເອກອັກຄະລັດຖະທູດບັນດາປະເທດ ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ອາຊຽນ - Colima.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແຮວງນາມ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມື 2 ຝ່າຍລະຫວ່າງລັດ Colima ເວົ້າສະເພາະ ແລະ ເມັກຊີໂກ ເວົ້າລວມ ກັບ ຫວຽດນາມ ໃນບັນດາຂົງເຂດການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ທ່ອງທ່ຽວ ແລະ ພະລາທິການທ່າກຳປັ່ນ. ທ່ານຮຽກຮ້ອງໃຫ້ບັນດາວິສາຫະກິດ ເພີ່ມທະວີການເຊື່ອມຕໍ່ ແລະ ນຳໃຊ້ທ່າແຮງຈາກບັນດາສັນຍາການຄ້າເສລີ (FTA), ພິເສດ ແມ່ນບັນດາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ຕາມທ່ານເອກອັກຄະລັດຖະທູດແລ້ວ, ປະຈຸບັນ ເມັກຊີໂກ ແມ່ນຄູ່ຄ້າໃຫຍ່ທີ 2 ຢູ່ພາກພື້ນ ອາເມລິກາ ລາຕິນ ຂອງ ຫວຽດນາມ ແລະ ກົງກັນຂ້າມ, ຫວຽດນາມ ແມ່ນຕະຫຼາດສົ່ງອອກ - ນຳເຂົ້າສຳຄັນທີ 8 ຂອງ ເມັກຊີໂກ ຢູ່ ອາຊີ ແລະ ຢືນອັນດັບທີ 12 ຂອງ ເມັກຊີໂກ ໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top