• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ຮຽກຮ້ອງຮັກສາສັນຕິພາບຢູ່ ທະເລຕາເວັນອອກ

ອາຊຽນ ຊົມເຊີຍຄວາມຄືບຫນ້າໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ແລະເຊື່ອໝັ້ນຕໍ່ຄຳໝັ້ນສັນຍາຮອບດ້ານຂອງບັນດາຝ່າຍເພື່ອແນໃສ່ສ້າງສຳເລັດ COC ຢ່າງແທດຈິງ, ມີປະສິດທິຜົນໃນອະນາຄົດໃກ້ນີ້.
ກອງປະຊຸມລັດຖະມົນຕີ ອາຊຽນ - ຈີນ ດຳເນີນໃນວັນທີ 10 /7 ຢູ່ກົວລາລຳເປີ

ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ  ຄັ້ງທີ 58 (AMM58) ແລະກອງປະຊຸມລັດຖະມົນຕີ ອາຊຽນ - ຈີນ ໄດ້ເນີນໃນຕອນເຊົ້າວັນທີ  10 ກໍລະກົດ ຢູ່ ກົວລາລຳເປີ ປະເທດມາເລເຊຍ, ອາຊຽນ ອີກຄັ້ງຫນຶ່ງເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ, ພິເສດ ແມ່ນ ຢູ່ ທະເລຕາເວັນອອກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ລັດຖະມົນຕີ ການຕ່າງປະເທດ ມາເລເຊຍ Datuk Seri Mohamad Hasan ເນັ້ນຫນັກຢ່າງແຮງວ່າ: ທຸກຝ່າຍ ຕ້ອງຮັບປະກັນວ່າ ຄວາມເຄັ່ງຕຶງພູມສາດການເມືອງບໍ່ເພີ່ມຂຶ້ນອີກ ຫລື ນາບຂູ່ເຮັດໃຫ້ຄວາມໝັ້ນຄົງ ແລະການຄ້າທົ່ວໂລກຢູ່ ທະເລຕາເວັນອອກຖືກອ່ອນລົງ. ທ່ານ Mohamad Hasan ໃຫ້ຮູ້ວ່າ: ອາຊຽນ ຊົມເຊີຍຄວາມຄືບຫນ້າໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ແລະເຊື່ອໝັ້ນຕໍ່ຄຳໝັ້ນສັນຍາຮອບດ້ານຂອງບັນດາຝ່າຍເພື່ອແນໃສ່ສ້າງສຳເລັດ COC ຢ່າງແທດຈິງ, ມີປະສິດທິຜົນໃນອະນາຄົດໃກ້ນີ້.

ອາຊຽນ ກໍ່ຊົມເຊີຍ ເລື່ອງຈີນ ພ້ອມແລ້ວທີ່ຈະກາຍເປັນປະເທດກຳມະສິດອາວຸດນິວເຄຼຍ ທຳອິດ (Nuclear Weapon State – NWS) ໄດ້ລົງນາມແລະ ໃຫ້ສັດຕະຍາບັນອະນຸສັນຍາຂອງສົນທິສັນຍາ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ) ຫາກບໍ່ຍົກອອກໂດຍບໍ່ວ່າເງື່ອນໄຂໃດນອກເຫລືອສິ່ງລວມ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top