• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ, ອາເມລິກາ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ

ໃນກອງປະຊຸມຄັ້ງທີ 13 ຂອງ ຄະນະກຳມະການຮ່ວມມືລວມ ອາຊຽນ - ອາເມລິກາ (JCC) ທີ່ດຳເນີນຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ໃນອາທິດຜ່ານມາ, ອາຊຽນ ແລະ ອາເມລິກາ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.
  ກອງປະຊຸມຄັ້ງທີ 13 ຂອງ ຄະນະກຳມະການຮ່ວມມືລວມ ອາຊຽນ - ອາເມລິກາ (ພາບ: VOV)  

 ກອງປະຊຸມດັ່ງກ່າວ ໂດຍຜູ້ຕາງໜ້າ ອິນໂດເນເຊຍ ປະຈຳ ອາຊຽນ ແລະ ຜູ້ຕາງໜ້າ ອາເມລິກາ ປະຈຳ ອາຊຽນ ເປັນປະທານຮ່ວມ, ໂດຍມີການເຂົ້າຮ່ວມຂອງທ່ານ Michael Tene ຮອງເລຂາທິການໃຫຍ່ ອາຊຽນ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກ ປະຈຳ ອາຊຽນ. ຖະແຫຼງຂ່າວຂອງຄະນະເລຂາ ອາຊຽນ ໃນວັນທີ 14 ເມສາ ໃຫ້ຮູ້ວ່າ ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຢັ້ງຢືນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອາເມລິກາ ທີ່ນັບມື້ນັບ ເປີດກວ້າງໃນຫຼາຍຂົງເຂດຮ່ວມມືຂອງທັງ 3 ເສົາຄ້ຳປະຊາຄົມ ອາຊຽນ. ເຈົ້າໜ້າທີ່ສອງຝ່າຍກໍຮັບຮູ້ຄວາມຄືບໜ້າທີ່ບັນລຸໄດ້ໃນການປະຕິບັດແຜນການເຄື່ອນໄຫວ ອາຊຽນ - ອາເມລິກາ (2021 – 2025). ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງພາກພື້ນ. ກອງປະຊຸມກໍໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຫັນດີເປັນເອກະສັນຜັນຂະຫຍາຍການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ອາເມລິກາ ຄົບຮອບ 45 ປີ ໃນປີນີ້.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top