• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ອອກຖະແຫຼງການກ່ຽວກັບສະພາບການປະທະກັນເຄັ່ງຕຶງຂຶ້ນຢູ່ ມຽນມາ

ຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ປະຕິບັດຄວາມລະງັບໃຈຢ່າງສຸດຂີດ ແລະ ມີບັນດາບາດກ້າວຮີບດ່ວນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ.
ຜູ້ນຳໜ້າ ອຳນາດການປົກຄອງດ້ານການທະຫານ ມຽນມາ ທ່ານ Min Aung Hlaing ພົບປະກັບທູດພິເສດອາຊຽນ ກ່ຽວກັບບັນຫາ ມຽນມາ ອາລຸນແກ້ວ ກິດຕິຄຸນ (ພາບ: Reuters)

ວັນທີ 18 ເມສາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບສະພາບການປະທະກັນພວມເຄັ່ງຕຶງຂຶ້ນຢູ່ ມຽນມາ.

ຕາມຖະແຫຼງການຮ່ວມແລ້ວ, ອາຊຽນ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການເຄັ່ງຕຶງຂຶ້ນຫວ່າງມໍ່ໆມານີ້ຢູ່ ມຽນມາ, ໂດຍສະເພາະແມ່ນຢູ່ເທດສະບານເມືອງ Myawaddy, ລັດ Kayin ແລະ ຢູ່ລັດ Rakhine, ເຮັດໃຫ້ປະຊາຊົນ ມຽນມາ ນັບພັນຄົນບໍ່ມີເຮືອນຢູ່.

ຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ປະຕິບັດຄວາມລະງັບໃຈຢ່າງສຸດຂີດ ແລະ ມີບັນດາບາດກ້າວຮີບດ່ວນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແນໃສ່ຫຼຸດຜ່ອນການສົງຜົນກະທົບຂອງການປະທະກັນຕໍ່ການດຳລົງຊີວິດ, ຄວາມປອດໄພຂອງປະຊາຊົນ ມຽນມາ ທຸກໆຄົນ, ກໍຄືພົນລະເມືອງຕ່າງປະເທດອາໄສຢູ່ ມຽນມາ.

ລັດຖະມົນຕີການຕ່າງປະເທດ ອາຊຽນ ກໍຢືນຢັນຄືນໃໝ່ຄຳໝັ້ນສັນຍາໜູນຊ່ວຍ ມຽນມາ ຊຸກຍູ້ການເຈລະຈາລະດັບຊາດ, ມຸ່ງໄປເຖິງມາດຕະການແກ້ໄຂດ້ານການເມືອງຢ່າງຍາວນານ ແລະ ຮອບດ້ານໃຫ້ແກ່ວິກິດການໃນປະຈຸບັນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top