• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ຢັ້ງຢືນຄືນໃໝ່ການສະໜັບສະໜູນບັນດາຄວາມມານະພະຍາຍາມສ້າງສັນຕິພາບໃນແຫຼມເກົາຫຼີ

      ການນຳບັນດາປະເທດສະມາຊິກ ອາຊຽນ ຊົມເຊີຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ຂໍ້ລິເລີ່ມນະໂຍບາຍການຕ່າງປະເທດສະບັບເພີ່ມເຕີມຂອງອຳນາດການປົກຄອງ ເຊີອູນ ເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດ ແລະ ເສດຖະກິດ ກັບ ອາຊຽນ ແລະ ອິນເດຍ.

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in  ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ ຄັ້ງທີ 21 (ພາບ:TTXVN) 
      ວັນທີ 23 ພະຈິກ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ບັນດາຖະແຫຼງການປະທານ ທີ່ໄດ້ຍົກອອກມາໃນກອງປະຊຸມສຸດຍອດຕ່າງໆໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຫວ່າງມໍ່ໆມານີ້, ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງສາກົນທີ່ມີຕໍ່ຄວາມມານະພະຍາຍາມຊຸກຍູ້ການສ້າງສັນຕິພາບ ຍາວນານໃນແຫຼມເກົາຫຼີ. ກະຊວງການຕ່າງປະເທດ ສ.ເກົາຫຼີ ຊີ້ແຈ້ງເຖິງ 3 ຖະແຫຼງການປະທານ ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ, ກອງປະຊຸມສຸດຍອດ ອາຊຽນ + 3 (ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ) ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ, ເຊິ່ງຖືກດຳເນີນໃນວັນທີ 12 ຫາວັນທີ 14 ພະຈິກ ຜ່ານຮູບການທາງອອນລາຍ. ບັນດາຖະແຫຼງການດັ່ງກ່າວໄດ້ເນັ້ນໜັກເຖິງບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນວິວັດການສ້າງສັນຕິພາບຢູ່ແຫຼມເກົາຫຼີ, ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການເຈລະຈາແບບ “ຍືນຍົງ” ແລະ ຮຽກຮ້ອງໃຫ້ປະຕິບັດບັນດາຂໍ້ຕົກລົງສັນຕິພາບ ປີ 2018 ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍຄືລະຫວ່າງ ອາເມລິກາ - ສປປ.ເກົາຫຼີ.
        ຖະແຫຼງການປະທານ ຂອງກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ ເນັ້ນໜັກວ່າ ການນຳບັນດາປະເທດສະມາຊິກ ອາຊຽນ ຊົມເຊີຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ຂໍ້ລິເລີ່ມນະໂຍບາຍການຕ່າງປະເທດສະບັບເພີ່ມເຕີມຂອງອຳນາດການປົກຄອງ ເຊີອູນ ເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດ ແລະ ເສດຖະກິດ ກັບ ອາຊຽນ ແລະ ອິນເດຍ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top