• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ປະກາດ ບົດລາຍງານກ່ຽວກັບການເຊື່ອມໂຍງດ້ານເສດຖະກິດຂອງ ກຸ່ມ ໃນປີ 2019

      ວັນທີ 1 ພະຈິກ, ຄະນະເລຂາທິການ ອາຊຽນ ໄດ້ປະກາດ ບົດລາຍງານໂດຍຫຍໍ້ ກ່ຽວກັບການເຊື່ອມໂຍງດ້ານເສດຖະກິດ ອາຊຽນ (AEIB) ແລະ ບົດລາຍງານເຊື່ອມໂຍງ ອາຊຽນ (AIR) 2019 ກ່ອນການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
            ກ່ຽວກັບການເຊື່ອມໂຍງດ້ານເສດຖະກິດ ຂອງ ອາຊຽນ (AEIB), ບົດລາຍງານໄດ້ເນັ້ນໜັກເຖິງບັນດາຄວາມກ້າວໜ້າ ແລະ ຜົນງານສຳຄັນຂອງ ປະຊາຄົມເສດຖະກິດ ອາຊຽນ ໃນປີ 2018, ແນະນຳໂດຍລວມກ່ຽວກັບແງ່ຫວັງ ເສດຖະກິດໃນພາກພື້ນ, ອັບເດັດໝາກຜົນຂອງການກໍ່ສ້າງ ປະຊາຄົມເສດຖະກິດ ອາຊຽນ ກໍ່ຄືບັນດາຕົວເລກສະຖິຕິຫຼ້າສຸດຂອງ ອາຊຽນ.
        ໃນຂະນະນັ້ນ, ບົດລາຍງານເຊື່ອມໂຍງອາຊຽນ (AIR) 2019 ກໍ່ ຕີລາຄາຢ່າງຮອບດ້ານກ່ຽວກັບບັນດາຄວາມກ້າວໜ້າ ແລະ ຜົນງານໃນການເຊື່ອມໂຍງເສດຖະກິດ ອາຊຽນ ນັບແຕ່ເມື່ອຜັນຂະຫຍາຍແຜນການລະອຽດ ຂອງປະຊາຄົມເສດຖະກິດ ອາຊຽນ 2025 (AEC) ໃນປີ 2015. ຕາມ AIR 2019, ພາຍຫຼັງ 4 ປີ ທີ່ປະຕິບັດແຜນການ ລະອຽດຂອງ AEC 2025, ອາຊຽນສືບຕໍ່ບັນລຸໄດ້ບັນດາຄວາມກ້າວໜ້າໃນການມຸ່ງໄປເຖິງວິໄສທັດ AEC 2025 - ປະຊາຄົມທີ່ມີຄວາມສະໜິດຕິດພັນ, ແກ້ງແຍ້ງ, ປ່ຽນແປງໃໝ່ ແລະ ຂະຫຍັນຂັນເຄື່ອນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top