• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ປະກາດການແນະນຳກ່ຽວກັບການຄຸ້ມຄອງ AIໂດຍມີຄວາມຮັບຜິດຊອບ

ວັນທີ 2 ກຸມພາ, ອາຊຽນ ປະກາດເອກະສານແນະນຳກ່ຽວກັບການຄຸ້ມຄອງປັນຍາປະດິດ (AI) ແລະ ຄຸນສົມບັດ, ຊອກຫາວິທີການຊຸກຍູ້ການນຳໃຊ້ເຕັກໂນໂລຊີນີ້ຢ່າງມີຄວາມຮັບຜິດຊອບໃນບັນດາອົງການຂຶ້ນກັບລັດຖະບານ ແລະ ວິສາຫະກິດ.
ພາບ ໂດຍ AI ສ້າງຂຶ້ນຈາກ Bing Image Creator

ເອກະສານແນະນຳໄດ້ປະກາດໃຊ້ພາຍຫລັງກອງປະຊຸມທີ່ແກ່ຍາວ ລະຫວ່າງບັນດາລັດຖະມົນຕີ ຮັບຜິດຊອບຂົງເຂດດິຈີຕອນຂອງບັນດາປະເທດສະມາຊິກ ອາຊຽນ ຢູ່ ສິງກະໂປ ເພື່ອແນໃສ່ຈຸດປະສົງຫນູນຊ່ວຍ “ບັນດາອົງການຈັດຕັ້ງໃນພາກພື້ນມີຄວາມປາດຖະຫນາອອກແບບ, ພັດທະນາ ແລະ ຜັນຂະຫຍາຍບັນດາເຕັກໂນໂລຊີ AI ໃນບັນດາ App ການຄ້າ ແລະ ປອດການທະຫານ ຫລືທັງສອງຂົງເຂດນີ້.

ໃນຖະແຫລງການຮ່ວມຫລັງກອງປະຊຸມ, ບັນດາທ່ານລັດຖະມົນຕີ ອາຊຽນ ໄດ້ເນັ້ນຫນັກຄວາມຈຳເປັນສ້າງບັນດານະໂຍບາຍ ແລະ ການແນະນຳ ເພື່ອແນໃສ່ຊຸກຍູ້ການພັດທະນາຂອງບັນດາເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງມີຄວາມຮັບຜິດຊອບ ແລະປອດໄພ. ບັນດາທ່ານລັດຖະມົນຕີ ອາຊຽນ ກໍ່ຕົກລົງເຫັນດີສ້າງຕັ້ງຫນ່ວຍສະເພາະກິດເພື່ອປຶກສາຫາລືກ່ຽວກັບ AI.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ຜ່ານ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ປາດ​ຖະ​ໜາ​ຢາກ​ແນະ​ນຳ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຊາວ​ຮ່າ​ໂນ້ຍ ​ດ້ວຍ​ພາ​ສາ​ສິ​ລະ​ປະ​ແຈ່ວ, ສ້າງ​ຜະ​ລິດ​ຕະ​ພັນ​ສະ​ແດງ​ປະ​ຈຳ​ໄລ​ຍະ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົ

Top