• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາກສັງຕິນ ແລະ ອາຊຽນ ຊຸກຍູ້ການຮ່ວມມື

      ເອກອັກຄະລັດຖະທູດບັນດາປະເທດປະເທດອາຊຽນ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍກວ່າອີກ
ທ່ານລັດຖະມົນຕີການຕ່າງປະເທດອາກສັງຕິນ Felipe Sola ແລະ ເອກອັກຄະລັດຖະທູດບັນດາປະເທດປະເທດອາຊຽນ
(ພາບ: TTXVN)
      ວັນທີ 19 ມີນາ, ທ່ານລັດຖະມົນຕີການຕ່າງປະເທດອາກສັງຕິນ Felipe Sola ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດບັນດາປະເທດອາຊຽນ ມີສຳນັກງານຕັ້ງຢູ່ Buenos Aires ລວມມີ ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ມາເລເຊຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີການຕ່າງປະເທດ Sola ຢືນຢັນວ່າ, ອາຊຽນ ໄດ້ສວມບົດບາດສຳຄັນໃນຍຸດທະສາດຂອງ ອາກສັງຕິນ ເປີດກວ້າງການຮ່ວມມືຜ່ານກຸ່ມຕະຫຼາດລວມອາຟະລິກາໃຕ້ (MERCOSUR) ເຊິ່ງປະເທດນີ້ແມ່ນສະມາຊິກ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີ ແລະ ຫັນການພົວພັນດ້ານການຄ້າກັບບັນດາປະເທດອາຊຽນ ເປັນຫຼາຍຮູບຫຼາຍແບບ, ກໍ່ຄືຊຸກຍູ້ການລົງທຶນຜະລິດ ແລະ ຮ່ວມມືໃນຂົງເຂດເຕັກໂນໂລຊີສູງ.
        ສ່ວນເອກອັກຄະລັດຖະທູດບັນດາປະເທດປະອາຊຽນ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍກວ່າອີກ, ບໍ່ພຽງແຕ່ໃນຂົງເຂດການເມືອງ, ເສດຖະກິດເທົ່ານັ້ນ ຫາກນັບທັງໃນຂົງເຂດວັດທະນະທຳ, ການສຶກສາ, ກິລາ, ວິທະຍາສາດເຕັກໂນໂລຊີ… ອີກດ້ວຍ, ຈາກນັ້ນປະຊາຊົນ ອາກສັງຕິນ ຈະມີຄວາມເຂົ້າໃຈກ່ຽວກັບພາກພື້ນອາຊຽນ ຫຼາຍກ່ວາອີກ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top