• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ເຂດມີຄວາມສ່ຽງຢູ່ນະຄອນ ໂຮ່ຈີມິນ ຫຼຸດລົງຢ່າງເຫັນໄດ້ຊັດ

      ສຳລັບເຂດສີສົ້ມ, ເຂດສີແດງ, ອັດຕາຜູ້ຕິເຊື້ອໂຄວິດ - 19 ຜ່ານການກວດວິໄຈບັ້ນທີ 1, ບັ້ນທີ 2 ໄດ້ຫຼຸດລົງ 3,6% ແລະ 2,7% ຕາມລຳດັບ, ໃນນັ້ນ ເຄິ່ງໜຶ່ງຂອງໄລຍະທີ 3 ແມ່ນຍັງເຫຼືອພຽງ 1,3%. ສຳລັບເຂດສີຂຽວ, ອັດຕາຜູ້ຕິດເຊື້ອແມ່ນ 0,78% ແລະ ເຂດສີເຫຼືອງແມ່ນ 1,41%.
ທ່ານ ຫງວຽນຮົ່ງເຕິມ, ຮອງຜູ້ອຳນວຍການຝ່າຍບໍລິຫານ ສູນຄວບຄຸມພະຍາດນະຄອນ ໂຮ່ຈີມິນ (ພາບ: VOV)
      ອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ເຂດມີຄວາມສ່ຽງຢູ່ນະຄອນ ໂຮ່ຈີມິນ ຫຼຸດລົງຢ່າງເຫັນໄດ້ຊັດ. ນີ້ແມ່ນຂໍ້ມູນໂດຍຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ ໄດ້ຍົກອອກມາໃນກອງປະຊຸມເມື່ອຕອນບ່າຍວັນທີ 12 ກັນຍາ. ທ່ານ ຫງວຽນຮົ່ງເຕິມ, ຮອງຜູ້ອຳນວຍການຝ່າຍບໍລິຫານ ສູນຄວບຄຸມພະຍາດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ປັດຈຸບັນ ວຽກງານກວດວິໄຈຫາເຊື້ອໄວຣັດໃນວົງກວ້າງຢູ່ເຂດຕ່າງໆໃນນະຄອນ ໄດ້ປະຕິບັດສຳເລັດບັ້ນທີ 3 ແລ້ວ ແລະ ບັນລຸປະມານ 55% ຄວາມຄືບໜ້າ. ແຕ່ລະເທື່ອກວດຫາເຊື້ອໄວຣັດ, ອັດຕາຜູ້ເປັນບວກກັບເຊື້ອໄວຣັດ SARS – CoV – 2 ໄດ້ຫຼຸດລົງຢ່າງເຫັນໄດ້ຊັດ. ສຳລັບເຂດສີສົ້ມ, ເຂດສີແດງ, ອັດຕາຜູ້ຕິເຊື້ອໂຄວິດ - 19 ຜ່ານການກວດວິໄຈບັ້ນທີ 1, ບັ້ນທີ 2 ໄດ້ຫຼຸດລົງ 3,6% ແລະ 2,7% ຕາມລຳດັບ, ໃນນັ້ນ ເຄິ່ງໜຶ່ງຂອງໄລຍະທີ 3 ແມ່ນຍັງເຫຼືອພຽງ 1,3%. ສຳລັບເຂດສີຂຽວ, ອັດຕາຜູ້ຕິດເຊື້ອແມ່ນ 0,78% ແລະ ເຂດສີເຫຼືອງແມ່ນ 1,41%.
            ໄລ່ຮອດວັນທີ 11 ກັນຍາ, ນະຄອນ ໂຮ່ຈີມິນ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 292.404 ຄົນ ແລະ ປິ່ນປົວຫາຍດີ 150.341 ຄົນ. ປັດຈຸບັນ, ພວມປິ່ນປົວໃຫ້ຄົນເຈັບຕິດເຊື້ອ 39.296 ຄົນ ແລະ ມີ 11.992 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top