• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານ Festival ດອກໄມ້ ດ່າລາດ ຄັ້ງທີ 7 ປີ 2017

Festival ດອກໄມ້ ດ່າລາດ ຄັ້ງທີ 7 ໄດ້ຈັດຕັ້ງໃນເວລາ 5 ວັນແຕ່ 23 – 27 ທັນວາ, ດ້ວຍ 16 ເນື້ອໃນຄື: ພິທີໄຂ, ຄ່ຳຄືນງານບຸນເຫຼົ້າແວງ, ລາຍການສະແດງສິລະປະ ບັນຍາກາດຢູ່ ດ່າລາດ”…

ການສະແດງສິລະປະທີ່ລາຍການ
      ຕອນຄ່ຳວັນທີ 27 ທັນວາ, ຢູ່ສະໜາມຫຼວງ ເລີມວຽນ, ນະຄອນ ດ່າລາດ, ແຂວງ ເລີມດົ່ງ ໄດ້ຈັດຕັ້ງລາຍການດົນຕີ ປະສານສຽງ ແລະ ສົມທົບກັບພິທີອັດ, ສະຫລຸບງານ Festival ດອກໄມ້ ດ່າລາດ ຄັ້ງທີ 7 ປີ 2017. 
        Festival ດອກໄມ້ ດ່າລາດ ຄັ້ງທີ 7 ໄດ້ຈັດຕັ້ງໃນເວລາ 5 ວັນແຕ່ 23 – 27 ທັນວາ, ດ້ວຍ 16 ເນື້ອໃນຄື: ພິທີໄຂ, ຄ່ຳຄືນງານບຸນເຫຼົ້າແວງ, ລາຍການສະແດງສິລະປະ “ບັນຍາກາດຢູ່ ດ່າລາດ”… ໃນຂອບເຂດ Festival ດອກໄມ້ ດ່າລາດ ຄັ້ງທີ 7 ຍັງມີ 16 ລາຍການຄື: ການວາງສະແດງສິລະປະຖ່າຍຮູບ, ພາບແຕ້ມ… ພ້ອມກັບກອງປະຊຸມສຳມະນາດຶງດູດການລົງທຶນ, ສະໜອງແຜນການພັດທະນາການລົງທຶນ, ການທ່ອງທ່ຽວ ນະຄອນ ດາລາດ ແລະ ນະຄອນ ບ໋າວລົກ. Festival ດອກໄມ້ ດ່າລາດ ຄັ້ງທີ 7 ປີ 2017 ໄດ້ຮັບການຕີລາຄາວ່າບັນລຸຜົນສຳເລັດ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top