• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018

ພາຍຫຼັງດຳເນີນເປັນເວລາ 2 ເດືອນ (ແຕ່ວັນທີ 30 ເມສາ - 30 ມິຖຸນາ), ຮອບຊິງຊະນະເລີດງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018 (DIFF 2018) ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 30 ມິຖຸນາ

(ອັດງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018)

ດ້ວຍການແຂ່ງຂັນຂອງ 2 ທິມຍິງບັ້ງໄຟດອກແມ່ນ Atlas Pyro Vision (ອາເມລິກາ) ແລະ Martareloo (ອີຕາລີ). ໝາກຜົນແມ່ນທິມ Martareloo ຂອງອີຕາລີ ໄດ້ຮັບໄຊຊະນະເລີດ, ທິມ Atlas Pyro Vision ຂອງອາເມລິກາ ໄດ້ຢືນທີ 2.

      ກ່າວຄຳເຫັນທີ່ຮອບຊິງຊະນະເລີດງານມະໂຫລານຍິງບັ້ງໄຟດອກສາກົນດ່ານັ້ງ 2018, ທ່ານ ເຈີ່ນວັນມຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

      “ນອກຈາກການຍິງບັ້ງໄຟດອກ, ບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນແຖວໜ້າ, ພ້ອມກັບການເຄື່ອນໄຫວຮ່ວມເດີນທາງທີ່ຟົດຟື້ນ, ມີສີສັນລາກຫຼາຍ ໄດ້ນຳມາໃຫ້ປະຊາຊົນນະຄອນ ແລະ ນັກທ່ອງທ່ຽວບັນຍາກາດງານບຸນທີ່ຟົດຟື້ນໃນຕະຫຼອດ 2 ເດືອນຜ່ານມາ, ໂດຍເປັນການປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າເຫດການຂອງນະຄອນດ່ານັ້ງ ທີ່ສວຍງາມ.”

      DIFF 2018 ບັນລຸໄດ້ຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຍົກລະດັບງານບຸນຍິງບັ້ງໄຟດອກ ກໍຄືຮ່ວມແຮງຮ່ວມໃຈໂຄສະນານະຄອນດ່ານັ້ງ ເຖິງເພື່ອນມິດສາກົນ.

 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top