• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມເທື່ອທີ 10, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12

      ຕອນເຊົ້າວັນທີ 18 ພຶດສະພາ, ກອງປະຊຸມເທື່ອທີ 10, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອັດລົງ, ພາຍຫລັງເຮັດວຽກມາເປັນເວລາເກືອບ 3 ວັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ 
      ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມປະສົບຜົນສຳເລັດ, ສະແດງໃຫ້ເຫັນການສຸມໃສ່ເນື້ອໃນກອງປະຊຸມທີ່ສຸດ, ຕົ້ນຕໍແມ່ນກະກຽມການຊີ້ນຳດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກຕາມການຄາດຄະເນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ:
        ບັນດາວຽກງານສຳຄັນ, ຫຍຸ້ງຍາກ, ສັບສົນ, ບັນດາເຫດການສໍ້ລາດບັງຫລວງ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງທີ່ພວມປະຕິບັດຢູ່ນັ້ນ, ຄວນສືບຕໍ່ປະຕິບັດເພື່ອບັນລຸໄດ້ໄຊຊະນະສຸດທ້າຍ. ນີ້ແມ່ນວຽກງານສຳຄັນທີ່ສຸດ ບໍ່ຄວນລືມ. ໄປຄຽງຄູ່ກັບວຽກງານນີ້ ແມ່ນສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງ ຕໍ່ບັນດາບັນຫາທີ່ໄດ້ວາງອອກໃນແຜນຮ່າງ, ທິດທາງຈະມາເຖິງ ພວກເຮົາຄວນສ້າງບັນດາເອກະສານກອງປະຊຸມໃຫຍ່ ປຶກສາຫາລືຄັ້ງຕໍ່ໄປ ເພື່ອໃຫ້ພວກເຮົາເຫັນດີເປັນເອກະພາບສູງ. ສຸດທ້າຍ ສູນກາງໄດ້ລົງຄະແນນສຽງເຫັນດີເປັນເອກະພາບຢ່າງສູງທີສຸດ ແລະ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ໃຫ້ສຳເລັດຢ່າງມີໄຊ, ນັ້ນຈຶ່ງແມ່ນໝາກຜົນສຸດທ້າຍ.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top