• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ

ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ, ທີ່ບັນດາກອງປະຊຸມ, ການນຳ ອາຊຽນ ແລະ ອົດສະຕາລີ ໄດ້ຮັບຮອງເອົາເອກະສານສຳຄັນ 2 ສະບັບ.
(ທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມ)

ຕອນບ່າຍວັນທີ 06 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ Melbourne, ປະເທດ ອົດສະຕາລີ, ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1974 - 2024) ໄດ້ອັດລົງ ພາຍຫຼັງຈັດຂຶ້ນເປັນເວລາ 3 ວັນ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ທ່ານນາຍົກລັດຖະມົນຕີ ລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມ.    

ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ, ທີ່ບັນດາກອງປະຊຸມ, ການນຳ ອາຊຽນ ແລະ ອົດສະຕາລີ ໄດ້ຮັບຮອງເອົາເອກະສານສຳຄັນ 2 ສະບັບ, ນັ້ນແມ່ນ: “ຖະແຫຼງການວິໄສທັດຂອງບັນດາການນຳ ອາຊຽນ - ອົດສະຕາລີ: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ວັດທະນາຖາວອນ” ແລະ “ຖະແຫຼງການ Melbourne: ຄູ່ຮ່ວມມືຂອງພວກເຮົາເພື່ອອະນາຄົດ”. ຖະແຫຼງການ 2 ສະບັບດັ່ງກ່າວໄດ້ກຳນົດທິດໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ອົດສະຕາລີ ໃນໄລຍະ 50 ປີຈະມາເຖິງ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢຶນຢັນວ່າ, ໃນຖານະຕຳແໜ່ງປະທານ ອາຊຽນ 2024, ລາວ ຈະສືບຕໍ່ຍູ້ແຮງການເຊື່ອມຕໍ່, ເພີ່ມທະວີຄວາມສາມາດຟື້ນຟູ ເພື່ອສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານ ອາຊຽນ - ອົດສະຕາລີ ໃຫ້ພັດທະນາຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.    

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ໄດ້ຢ້ຳຄືນຄຳໝັ້ນສັນຍາເຊິ່ງ ອົດສະຕາລີ ໄດ້ຍົກອອກມາໃນເວລາ 3 ວັນຈັດກອງປະຊຸມຜ່ານມາ. ທ່ານເນັ້ນໜັກວ່າ, ນີ້ແມ່ນບັນດາຄຳໝັ້ນສັນຍາສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງ ອົດສະຕາລີ ສຳລັບ ອາຊຽນ.

(ແຫຼ່ງຄັດຈາກ VOV)

ເອີລົບ ຊົມເຊີຍຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ

ເອີລົບ ຊົມເຊີຍຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ

ທ່ານ Anouar El Anouni ໂຄສົກຂອງຄະນະກຳມະການເອີລົບ ຊົມເຊີຍຂໍ້ຕົກລົງແມ່ນເປີດຊ່ອງທາງໃຫ້ແກ່ບັນດາຝ່າຍແລກປ່ຽນຕົວປະກັນ, ສິ້ນສຸດວິກິດການມະນຸດສະທຳທີ່ແກ່ຍາວກວ່າ 15 ເດືອນ.

Top