• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 5 ຂອງຄະນະປະຈໍາສະພາແຫ່ງຊາດ

      ຕອນບ່າຍວັນທີ 23 ພະຈິກ,ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະທານ ສະພາແຫ່ງຊາດ ເວືອງດິ່ງເຫວ້ກອງປະຊຸມຄັ້ງທີ 5 ຂອງຄະນະປະຈໍາສະພາແຫ່ງຊາດໄດ້ອັດລົງຢ່າງຈົບງາມ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່ອນໜ້ານັ້ນ ໃນຕອນເຊົ້າວັນທີ 23 ພະຈິກ, ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິຂອງ ຄະນະປະຈຳສະພາແຫ່ງຊາດ, ອະທິບາຍ ບາງມາດຕາຂອງກົດໝາຍອາຍາ.  ຄະນະປະຈຳສະພາແຫ່ງຊາດ ກໍໄດ້ກອບຄຳເຫັນໃສ່ ຂໍ້ສະເໜີຂອງລັດຖະບານ ກ່ຽວກັບການເພີ່ມເຕີມຮ່າງກົດໝາຍສະບັບປັບປຸງ 2 ສະບັບ, ວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ; ກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022. ປະກອບຄຳເຫັນໃສ່ຮ່າງກົດໝາຍສອງສະບັບດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ: ການປັບປຸງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດແມ່ນມີຄວາມສຳຄັນ ແລະ ຮີບດ່ວນທີ່ສຸດ, ເພາະສະນັ້ນ ຄວນປະຕິບັດໃຫ້ສຳເລັດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ. ກ່ຽວກັບກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ, ທ່ານປະທານສະພາແຫ່ງຊາດຖືວ່າ ຄວນເຮັດບົດລາຍງານຕີລາຄາຜົນກະທົບເມື່ອປັບປຸງກົດໝາຍໃຫ້ຈະແຈ້ງກວ່າ, ໃນນັ້ນ ຕີລາຄາກ່ຽວກັບຜົນກະທົບຕໍ່ເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ບັນດາລະບຽບການບໍລິຫານທີ່ຕ້ອງເຮັດໃໝ່….; ຄວນຢັ້ງຢືນເພີ່ມເຕີມລັກສະນະຈຳເປັນຂອງການປັບປຸງ, ເພີ່ມເຕີມກ່ຽວກັບກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ; ຕ້ອງຮັບປະກັນບັນດາຂໍ້ຜູກພັນໃນຄຳໝັ້ນສັນຍາສາກົນ, ໂດຍສະເພາະແມ່ນສັນຍາການຄ້າເສລີໃໝ່. ທ່ານປະທານສະພາແຫ່ງຊາດ ກໍເນັ້ນໜັກວ່າ ຄວນຖືນີ້ແມ່ນຊັບສົມບັດທີ່ສຳຄັນຂອງປະເທດຊາດ ແລະ ນັບມື້ນັບມີຄຸນຄ່າ, ໂດຍສະເພາະແມ່ນໃນສະພາບການເສດຖະກິດດີຈີຕອນ, ສັງຄົມດີຈີຕອນ; ດັ່ງນັ້ນ ຄວນກຳນົດຕາມທິດຮັບປະກັນການຄຸ້ມຄອງໃຫ້ແໜ້ນແຟ້ນ, ຂຸດຄົ້ນຢ່າງມີປະສິດທິຜົນ ແລະ ປອດໃສ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top