• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 30 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ

      ຕອນບ່າຍວັນທີ 10 ມັງກອນ, ຢູ່ສໍານັກງານສະພາແຫ່ງຊາດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ອັດກອງປະຊຸມຄັ້ງທີ 30 ຂອງຄະນະປະຈໍາສະພາແຫ່ງຊາດ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນອັດກອງປະຊຸມ (ພາບ:quochoi.vn) 
      ກ່າວຄໍາເຫັນອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກມາເປັນເວລາ 1 ວັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະຕິບັດສໍາເລັດລາຍການຂອງກອງປະຊຸມຄັ້ງທີ 30. ນີ້ແມ່ນກອງປະຊຸມທໍາອິດ ເພື່ອຜັນຂະຫຍາຍລາຍການວຽກງານປີ 2019 ຂອງຄະນະປະຈໍາສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດ ສະເໜີ ລັດຖະບານ, ບັນດາກະຊວງ, ຂະແໜງການ, ຕັ້ງໜ້າສົມທົບກັບຄະນະປະຈໍາສະພາແຫ່ງຊາດຜັນຂະຫຍາຍບັນດາວຽກງານຕາມແຜນການຢ່່າງຮີບດ່ວນ.
        ແລະກໍໃນວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ພິຈາລະນາ, ລົງຄະແນນສຽງ ຮັບຮອງເອົາເລື່ອງດັດປັບເຂດແດນປົກຄອງ 2 ຕາແສງ ຂອງ ແຂວງດົ່ງທ໊າບ; ເລື່ອງໂຮມຫົວໜ່ວຍບໍລິຫານຂັ້ນຕາແສງເຂົ້າກັນ, ສ້າງຕັ້ງບັນດາເມືອງ ຂຶ້ນກັບເທດສະບານ ຈີ໊ລິງ ແລະ ສ້າງຕັ້ງນະຄອນ ຈີ໊ລິງ ຂຶ້ນກັບແຂວງ ຫາຍເຢືອງ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top