• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 13, ຄະນະບໍລິຫານງານສູນກາງພັກຊຸດທີ 12

ກ່ຽວກັບວຽກງານບຸກຄະລາກອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາວ່າ ກອງປະຊຸມສູນກາງຄັ້ງນີ້ ໄດ້ປຶກສາຫາລືຢ່າງມີປະຊາທິປະໄຕ, ພິຈາລະນາຢ່າງພາວະວິໄສ, ເປັນທຳ, ຮອບດ້ານ.
 
ອັດກອງປະຊຸມຄັ້ງທີ 13, ຄະນະບໍລິຫານງານສູນກາງພັກຊຸດທີ 12 (ພາບ: VGP)

ພາຍຫລັງເຮັດວຽກມາເປັນເວລາ 5 ມື້, ຕອນເຊົ້າວັນທີ 09 ຕຸລາ, ທີ່ສຳນັກງານສູນກາງພັກ, ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອັດລົງ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະ ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດໃນການບັ້ນຕ້ານໂລກລະບາດໂຄວິດ-19, ຮັບປະກັນໃຫ້ເສດຖະກິດເຕີບໂຕທາງບວກໃນລະດັບສູງກ່ວາ 2% ໃນ 9 ເດືອນຜ່ານມາ.

        ກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມປີ 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖືວ່າ ຄວນສືບຕໍ່ຍົກສູງສະຕິລະວັງຕົວ, ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃຫ້ເປັນຢ່າງດີ; ພ້ອມທັງສຸມໃສ່ໃຫ້ບຸລິມະສິດຜັນຂະຫຍາຍປະຕິບັດບັນດານະໂຍບາຍ, ມາດຕະການຟື້ນຟູ ແລະ ພັດທະນາການຜະລິດ, ດຳເນີນທຸລະກິດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວວ່າ:

        “ຮີບເຮັ່ງ, ເຂັ້ມງວດໃນການກວດກາຄືນໃໝ່, ສ້າງກົດໝາຍ, ກົນໄກ, ນະໂຍບາຍໃຫ້ສົມບູນສຳເລັດ ແລະ ຍົກສູງປະສິດທິພາບ, ປະສິດທິຜົນການຈັດຕັ້ງປະຕິບັດ ເພື່ອແກ້ໄຂບັນດາສິ່ງຈຳກັດ, ອ່ອນດ້ອຍທີ່ຍັງຄົງຄ້າງຂອງພື້ນຖານເສດຖະກິດໂດຍໄວ. ໜູນຊ່ວຍບັນດາຂະແໜງການ, ຂົງເຂດ ແລະ ວິສາຫະກິດ, ຊາວຜູ້ອອກແຮງງານທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19. ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ປະຊາຊົນພັດທະນາການຜະລິດ, ດຳເນີນທຸລະກິດ. ເດັດດ່ຽວ, ເປັນເຈົ້າການ, ຕັ້ງໜ້າແກ້ໄຂໜີ້ເສຍ ແລະ ບັນດາທະນາຄານການຄ້າອ່ອນດ້ອຍ; ພ້ອມທັງຍົກສູງກຳລັງຄວາມສາມາດໃນການບໍລິຫານຄຸ້ມຄອງ, ການເຄື່ອນໄຂຂອງບັນດາລັດວິສາຫະກິດຢ່າງມີປະສິດທິຜົນ…

        ເມື່ອເຕື້ອງເຖິງເລື່ອງສືບຕໍ່ສ້າງຮ່າງບັນດາເອກະສານເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກໃຫ້ສຳເລັດ ເຊິ່ງພາຍຫລັງກອງປະຊຸມມື້ນີ້ ຈະໄດ້ສົ່ງໄປຂໍຄຳເຫັນປະກອບນຳບັນດາສະມາຊິກສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ:

        “ຕ້ອງຖືການພັດທະນາເສດຖະກິດ - ສັງຄົມເປັນໃຈກາງ; ການກໍ່ສ້າງພັກເປັນແກ່ນສານ; ການພັດທະນາວັດທະນະທຳເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນໜ້າທີ່ຈຸດສຸມ, ເປັນປະຈຳ. 

 
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ  (ພາບ: VGP)

ກ່ຽວກັບວຽກງານບຸກຄະລາກອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາວ່າ ກອງປະຊຸມສູນກາງຄັ້ງນີ້ ໄດ້ປຶກສາຫາລືຢ່າງມີປະຊາທິປະໄຕ, ພິຈາລະນາຢ່າງພາວະວິໄສ, ເປັນທຳ, ຮອບດ້ານກ່ຽວກັບການທາບທາມບັນຊີລາຍຊື່ບຸກຄະລາກອນລົງສະໝັກເລືອກຕັ້ງຄືນໃໝ່ ແລະ ບຸກຄະລາກອນໄດ້ຮັບການແນະນຳເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ ແລະ ຄະນະກຳມະການກວດກາສູນກາງຊຸດທີ 13 ເປັນຄັ້ງທຳອິດ ແລະ ບັນດາວິທີຄັດເລືອກ.

        ທ່ານ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ທ່ານໄດ້ສະເໜີໃຫ້ ຈັດຕັ້ງການປະຕິບັດມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 13 ໃຫ້ເປັນຢ່າງດີ ແນໃສ່ປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2020 ໃຫ້ສຳເລັດຢ່າງມີໄຊ, ສ້າງ ແລະ ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2021.

(ແຫຼ່ງຄັດຈາກ VOV)

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

Top