• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະ​ນາ​ຄົດ​ໃຫ້​ແກ່​ລຸ້ນ​ຄົນ​ບືນ​ຕົວ​ຂຶ້ນ

ກ ແລະ ລັດ ຈະລົງທຶນແຫຼ່ງກຳລັງຢ່າງແຮງ ແລະ ຮອບດ້ານ ແນໃສ່ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ການພັດທະນາຂອງຄົນລຸ້ນໜຸ່ມ, ພິເສດແມ່ນ “ລຸ້ນຄົນບືນຕົວຂຶ້ນ”. ການສຶກສາ, ບຳລຸງສ້າງ, ກິລາ, ວັດທະນະທຳ ແລະ ນະໂຍບາຍປະຊາກອນ ຈະແມ່ນບັນດາຈຸດສຸມບຸລິມະສິດແຖວໜ້າໃນຍຸດທະສາດແຫ່ງຊາດ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດ ແລະ ຄວາມສາມາດແກ້ງແຍ້ງສາກົນຂອງລຸ້ນໜຸ່ມ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະຫະພັນຊາວໜຸ່ມ ຫວຽດນາມ ຊຸດທີ IX (ພາບ: VGP)

“ອະນາຄົດໃຫ້ແກ່ລຸ້ນຄົນບືນຕົວຂຶ້ນ” ນີ້ແມ່ນຫົວຂໍ້ບົດຂຽນຂອງທ່ານເລຂາທິການຄະນະບໍລິຫານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ (ວັນທີ 26 ມີນາ 1931 – 26 ມີນາ 2025). ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ແມ່ນຖືມະນຸດເປັນພື້ນຖານແກ່ການພັດທະນາແບບຍືນຍົງ, ດັ່ງນັ້ນ, ວຽກງານຊາວໜຸ່ມແມ່ນບັນຫາເປັນຕາຍຂອງຊາດ, ແມ່ນໜຶ່ງໃນບັນດາປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການປະຕິວັດ, ແມ່ນໜ້າທີ່ສຳຄັນຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.  ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ພັກ ແລະ ລັດ ຈະລົງທຶນແຫຼ່ງກຳລັງຢ່າງແຮງ ແລະ ຮອບດ້ານ ແນໃສ່ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ການພັດທະນາຂອງຄົນລຸ້ນໜຸ່ມ, ພິເສດແມ່ນ “ລຸ້ນຄົນບືນຕົວຂຶ້ນ”. ການສຶກສາ, ບຳລຸງສ້າງ, ກິລາ, ວັດທະນະທຳ ແລະ ນະໂຍບາຍປະຊາກອນ ຈະແມ່ນບັນດາຈຸດສຸມບຸລິມະສິດແຖວໜ້າໃນຍຸດທະສາດແຫ່ງຊາດ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດ ແລະ ຄວາມສາມາດແກ້ງແຍ້ງສາກົນຂອງລຸ້ນໜຸ່ມ ຫວຽດນາມ. ພັກ ແລະ ລັດ ຫວຽດນາມ ຈະສືບຕໍ່ກໍ່ສ້າງ, ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກເພື່ອໃຫ້ຊາວໜຸ່ມພັດທະນາຢ່າງປອດໃສເຂັ້ມແຂງ, ຮອບດ້ານ, ກົມກຽວທັງດ້ານຄຸນສົມບັດ - ປັນຍາ - ຮ່າງກາຍ - ຄວາມງາມ.

ໃນໄລຍະເວລາ 20 ປີຈະມາຖິງ, ປະເທດຊາດຈະພ້ອມກັນແບ່ງປັນຄວາມຄາດຫວັງລວມ, ນັ້ນແມ່ນ: ສ້າງລຸ້ນຊາວໜຸ່ມ ຫວຽດນາມ ມີຄຸນນະທາດ, ກ້າວໜ້າ, ດີເດັ່ນທາງດ້ານພູມປັນຍາ, ພັດທະນາພົ້ນເດັ່ນນັບທັງດ້ານກຳລັງກາຍ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ມີຄວາມໝັ້ນໃຈຢ່າງພຽງພໍເພື່ອທຽບທັນກັບບັນດາປະເທດເພື່ອນມິດສາກົນ, ປະກອບສ່ວນນຳປະເທດຊາດບືນຕົວຂຶ້ນຢ່າງເຂັ້ມແຂງ ແລະ ພັດທະນາ.”

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top