• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ

ທ່ານ Reda El Taify, ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ໄລຍະ 2010 – 2014 ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຜູ້ຍິ່ງໃຫຍ່ ແລະ ປີຊາສາມາດຂອງ ຫວຽດນາມ, ແມ່ນຜູ້ທີ່ສວມບົດບາດສຳຄັນໃນການຊຸກຍູ້ຄວາມວັດທະນາຖາວອນຂອງ ຫວຽດນາມ, ຍົກສູງບົດບາດ, ທີ່ຕັ້ງແຫ່ງຊາດຂອງ ຫວຽດນາມ ບົນເວທີສາກົນ.
ທ່ານ Reda El Taify ອະດີດເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ

ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ຢູ່ ອີຢິບ ໃນຕອນບ່າຍວັນທີ 20 ກໍລະກົດ, ທ່ານ Reda El Taify ອະດີດເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີບົດບາດອັນຍິ່ງໃຫຍ່ໃນປະຫວັດສາດ ຫວຽດນາມ ໃນປັດຈຸບັນ, ພິເສດແມ່ນໃນພາລະກິດພັດທະນາເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ:

“ສຳລັບການພົວພັນພາຍໃນປະເທດ, ໃນຊຸມປີຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍບັນດາການນຳ ຫວຽດນາມ ໄດ້ຊຸກຍູ້ຄວາມວັດທະນາຖາວອນຂອງປະເທດຊາດໃນທຸກຂົງເຂດ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ - ສັງຄົມ. ຂ້າພະເຈົ້າໄດ້ເຫັນປະຈັກຕາບັນດາຜົນງານນີ້ໃນໄລຍະປະຕິບັດໜ້າທີ່ຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ໄດ້ຊ່ວຍ ຫວຽດນາມ ມີການຫັນປ່ຽນຢ່າງແຮງ, ບັນລຸໄດ້ຜົນງານບຸກທະລຸໃນຂົງເຂດເສດຖະກິດ, ນຳສິນຄ້າ ຫວຽດນາມ ສົ່ງອອກໄປຫຼາຍປະເທດໃນໂລກ, ໃນນັ້ນ ມີຕະຫຼາດ ອີຢິບ ແລະ ບັນດາປະເທດ ອາຣັບ. ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດອຸດສາຫະກຳ, ພື້ນຖານເສດຖະກິດທີ່ມີກຳລັງແຮງພາຍໃນທີ່ເຂັ້ມແຂງ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top