• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະພິປາຍຢ່າງກະຈ່າງແຈ້ງ, ມີຄວາມຮັບຜິດຊອບ ແລະ ສະໜິດຕິດພັນສັງຄົມ, ເຊິ່ງແມ່ນຂໍກຸນແຈຮັບມືກັບໂລກລະບາດໂຄວິດ-19 ສຳເລັດຜົນ

      ຕອນບ່າຍວັນທີ 08 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາປະກາດບົດລາຍງານ “ຄວາມຮູ້ສຶກ ແລະ ລົງພຶດຕິກຳຕົວຈິງຂອງປະຊາຊົນກ່ຽວກັບປະຕິກິລິຍາຂອງອຳນາດການປົກຄອງຕໍ່ຜົນກະທົບຂອງໂລກລະບາດໂຄວິດ-19 ຢູ່ຫວຽດນາມ”. 

ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ  (ພາບ: TTXVN)
      ດ້ວຍການໜູນຊ່ວຍ ແລະ ຮ່ວມມືຂອງກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ລັດຖະບານ ອົດສະຕາລີ, ອົງການ ສ.ປ.ຊ ເພື່ອການພັດທະນາຊາດ (UNDP) ປະຈຳ ຫວຽດນາມ ແລະ ສະຖາບັນຄົ້ນຄວ້າພັດທະນາແມ່ຂອງ (MDRI), ໄດ້ດຳເນີນການສຳຫລວດສັງຄົມວິທະຍາກ່ຽວກັບຄວາມຮັບຮູ້ ແລະ ພຶດຕິກຳຕົວຈິງຂອງປະຊາຊົນຫວຽດນາມ ສຳລັບບັນດາມາດຕະການສະກັດກັ້ນໂວຣັດໂຄໂຣນາຂອງອຳນາດການປົກຄອງສູນກາງ ແລະ ທ້ອງຖິ່ນ. ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ເນັ້ນໜັກວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາບົດຮຽນກ່ຽວກັບລັກສະນະກະຈ່າງແຈ້ງ, ຄວາມຮັບຜິດຊອບໃນການອະພິປາຍ ແລະ ສະໜິດຕິດພັນສັງຄົມ ຈາກຜົນສຳເລັດນີ້ ຈະຊ່ວຍລັດຖະບານຮັບມືກັບວິກິດການໃນອະນາຄົດ ແລະ ແກ້ໄຂບັນດາສິ່ງທ້າທາຍ ເຊິ່ງປະຊາຊົນມີຄວາມສົນໃຈແຖວໜ້າໃນ 4 ປີຜ່ານມາ.
        ສ່ວນທ່ານ David Gottlieb, ທີ່ປຶກສາການຮ່ວມມືເສດຖະກິດ ແລະ ພັດທະນາ, ສະຖານທູດອົດສະຕາລີ ປະຈຳຫວຽດນາມ ໄດ້ສະແດງຄວາມປະເອີບໃຈທີ່ສຸດ ຕໍ່ ຄວາມຕັດສິນໃຈຄວບຄຸມໂລກລະບາດໂຄວິດ-19 ຂອງຫວຽດນາມ ໃນປີນີ້. ການສຳຫລວດດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ການກະທຳຮັບມືກັບໂລກລະບາດໂຄວິດ-19 ຂອງລັດຖະບານ ຫວຽດນາມ, ການສະຫລວດສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຢ່າງສູງ ແລະ ການສະໜັບສະໜູນຢ່າງແຮງຂອງບັນດາຜູ້ຖືກຖາມສຳລັບນະໂຍບາຍ ແລະ ການກະທຳຂອງລັດຖະບານ ເພືຶ່ອແນໃສ່ສະກັດກັ້ນໂລກລະບາດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top