• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອອກ​ໜັງ​ສື​ຢັ້ງ​ຢືນ​ຕົ້ນ​ກຳ​ເນີດ​ສິນ​ຄ້າ​ເກືອບ 15.000 ຊຸດ ພາຍຫຼັງ​ທີ່ EVFTA ມີ​ຜົນ​ສັກ​ສິດ​ເປັນ​ເວ​ລາ 2 ເດືອນ

ບັນດາປະເພດສິນຄ້າໄດ້ຢັ້ງຢືນຕົ້ນກຳເນີດສິນຄ້າ (C/O) ຕົ້ນຕໍແມ່ເກີບ, ສິນໃນນ້ຳ, ກາເຟ, ເຄື່ອງຕຳແຜ່ນດັດຫຍິບ, ຖົງພາຍ, ເຄື່ອງຈັກສານ, ຜະລິດຕະພັນກະເສດ, ເຄື່ອງເອເລັກໂຕນິກ...

ພາຍຫຼັງທີ່ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ມີຜົນບັງຄັບໃຊ້ເປັນເວລາ 2 ເດືອນ, ບັນດາອົງການທີ່ໄດ້ຮັບມອບໝາຍ ໄດ້ອອກໜັງສືຢັ້ງຢືນຕົ້ນກຳເນີດສິນຄ້າ ຫວຽດນາມ ໄປຍັງ ເອີຣົບເກືອບ 15.000 ຊຸດ. ບັນດາປະເພດສິນຄ້າໄດ້ຢັ້ງຢືນຕົ້ນກຳເນີດສິນຄ້າ (C/O) ຕົ້ນຕໍແມ່ເກີບ, ສິນໃນນ້ຳ, ກາເຟ, ເຄື່ອງຕຳແຜ່ນດັດຫຍິບ, ຖົງພາຍ, ເຄື່ອງຈັກສານ, ຜະລິດຕະພັນກະເສດ, ເຄື່ອງເອເລັກໂຕນິກ....

        ສະເພາະໃນເດືອນສິງຫາ ປີ 2020, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງ EU ບັນລຸ 3,25 ຕື້ USD, ເພີ່ມຂຶ້ນກວ່າ 4,6% ເມື່ອທຽບໃສ່ເດືອນກໍລະກົດ. ຮອດເດືອນກັນຍາ, ວົງເງິນສົ່ງອອກໄປຍັງຕະຫຼາດນີ້ ສືບຕໍ່ຮັກສາທ່າເພີ່ມຂຶ້ນແຮງ, ຄືເພີ່ມຂຶ້ນ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນອກຈາກ EU ແລ້ວ, ໃນໄລຍະ 9 ເດືອນຕົ້ນປີ 2020, ອາເມລິກາ ຍັງແມ່ນຕະຫຼາດສົ່ງອອກໃຫຍ່ກວ່າໝູ່ຂອງຫວຽດນາມ ດ້ວຍວົງເງິນສົ່ງອອກເພີ່ມຂຶ້ນ 22,9% ເມື່ອທຽບໃສໄລຍະດຽວກັນຂອງປີກາຍ; ຖັດມາແມ່ນຈີນ, ອາຊຽນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top