• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ສ.ເກົາຫຼີ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ພວມສຸມໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບກວ່າເກົ່າ ເພື່ອແນໃສ່ອຳນວຍຄວາມສະດວກທີ່ສຸດໃຫ້ວິສາຫະກິດ.

ເນື່ອງໃນໂອກາດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 14 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຕ້ອນຮັບທ່ານ Cho Huyn – sang, ຮອງປະທານກຸ່ມບໍລິສັດ Hyosung; ທ່ານ Lim Byeong – yong, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ GS Engineering & Construction; ທ່ານ Pyung Jung – bum, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Kyobo; ທ່ານ Suh Kyung – bae, ປະທານກຸ່ມບໍລິສັດ Amorepacific ແລະ ທ່ານ Park In – ku, ຮອງປະທານກຸ່ມບໍລິສັດ Dongwon.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານ Cho Huyn – sang, ຮອງປະທານກຸ່ມບໍລິສັດ Kyosung (ພາບ:TTXVN)

ທີ່ການຕ້ອນຮັບທ່ານ Cho Huyn – sang, ຮອງປະທານກຸ່ມບໍລິສັດ Kyosung, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ປັດຈຸບັນ ຫວຽດນາມ ພວມຫັນໄປສູ່ສະພາບປົກກະຕິໃໝ່ຕາມທິດຮັບມືກັບໂລກລະບາດ ເພື່ອແນໃສ່ຮັບປະກັນການຜະລິດ ແລະ ລະບົບສະໜອງຈໍລະຈອນສິນຄ້າ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີກຸ່ມບໍລິສັດ Kyosung ສົມທົບກັບກະຊວງແຜນການ ແລະ ການລົງທຶນຢ່າງແໜ້ນແຟ້ນ ເພື່ອຍູ້ໄວຄວາມຄືບໜ້າກວດກາຢັ້ງຢືນໂຄງການ ເຂດອຸດສາຫະກຳ ຕາມແທັງ ເປີດກວ້າງ; ສົມທົບກັບກະຂວງການເງິນ ແລະ ບັນດາອົງການທີ່ກ່ຽວຂ້ອງເພື່ອເປັນເຈົ້າການແກ້ໄຂສິ່ງທີ່ຄ້າງຄາ.

ໃນການຕ້ອນຮັບທ່ານ Lim Byeong – yong, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ GS Engineering & Construction, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັ້ກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ພວມສຸມໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບກວ່າເກົ່າ ເພື່ອແນໃສ່ອຳນວຍຄວາມສະດວກທີ່ສຸດໃຫ້ວິສາຫະກິດ.

        ສ່ວນໃນການຕ້ອນຮັບທ່ານ Park In – ku, ຮອງປະທານກຸ່ມບໍລິສັດ Dongwon ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຖືວ່າ ເລື່ອງກຸ່ມບໍລິສັດເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນໄລຍະຈະມເຖິງ ແມ່ນເໝາະສົມ ແລະ ຖືກເວລາທີ່ສຸດ. ກຸ່ມບໍລິສັດ ສາມາດເປີດກວ້າງການລົງທຶນ, ພັດທະນາບັນດາຜະລິດຕະພັນປາຍແຫຼມ, ເພີ່ມທະວີການຮ່ວມສຳພັນ, ຮ່ວມມື, ແບ່ງປັນບົດຮຽນປະສົບການ ແລະ ຮ່ວມມືກັບວິສາຫະກິດ ຫວຽດນາມ.

        ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຄັ້ງນີ້, ຕອນເຊົ້າໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍໄດ້ໃຫ້ການຕ້ອນຮັບປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ແລະ ປະທານສະມາຄົມຊາວ ສ.ເກົາຫຼີ ເຊື້ອຊາດ ຫວຽດນາມ. ໃນການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ ຫວຽດນາມ Choi Young – joo, ທ່ານເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ຈະສ້າງສູນວັດທະນະທຳ ຫວຽດນາມ ປະຈຳ ສ.ເກົາຫຼີ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  ມອບຂອງຂວັນໃຫ້ແກ່ ທ່ານປະທານສະມາຄົມຊາວ ສ.ເກົາຫຼີ ເຊື້ອຊາດ ຫວຽດນາມ (ພາບ: TTXVN)

ຮອດຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນຫຼວງ ເຊີອູນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍຕ້ອນຮັບທ່ານປະທານສະຖາບັນຄົ້ນຄວ້າພັດທະນາ ສ.ເກົາຫຼີ ແລະ ປະທານສະຫະສະມາຄົມແລກປ່ຽນເສດຖະກິດ - ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top