• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ແລະ ລາວ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ.
  ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ (ພາບ: TTXVN)  

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງຮອງປະທານປະເທດ  ຫວຽດນາມ ຫວໍທິແອັງຊວັນ, ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ລາວ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 17 ກໍລະກົດ - 19 ກໍລະກົດ 2022. ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ.

ໂດຍແລກປ່ຽນກ່ຽວກັບການກຳນົດທິດຊຸກຍູ້ການພົວພັນຄູ່ຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບ ຈະຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ໃນທຸກຊ່ອງທາງ, ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທ້ຈິງໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ໃຫ້ເປັນຢ່າງດີ, ສືບຕໍ່ເພີ່ມທະວີ, ຍົກສູງປະສິທິຜົນການຮ່ວມມືດ້ານການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄົມມະນາຄົມ ແລະ ຂົນສົ່ງ, ການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນວັດທະນະທຳ - ກິລາ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ…

ຮອງປະທານປະເທດສອງທ່ານກໍ່ໄດ້ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບຈະສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ ສປຊ, ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ທັດສະນະແກ້ໄຂບັນດາບັນຫາໃນພາກພື້ນ ແລະ ໃນໂລກ ໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top