• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ - ສ.ເກົາຫຼ​ີ ເພີ່​ມ​ທະ​ວີ​ການ​ຮ່ວມມ​ື​ຢ່າງ​ເລິກ​ເຊິ່ງກ​ວ້າງ​ຂວາງ​ໃນຫຼາບ​ຂົງ​ເຂດ

ຕອນເຊົ້າວັນທີ 10 ກຸມພາ, ທ່ານ ບຸ່ຍແທັງເຊິນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສົນທະນາກັບ ທ່ານ Chung Eui Yong, ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.

ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການໃນລະຫວ່າງວັນທີ 9 ຫາ 11 ກຸມພາ, ຕອນເຊົ້າວັນທີ 10 ກຸມພາ, ທ່ານ ບຸ່ຍແທັງເຊິນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສົນທະນາກັບ ທ່ານ Chung Eui Yong, ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.

ທ່ານ ບຸ່ຍແທັງເຊິນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Chung Eui Yong, ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ (ພາບ: TTXVN)

2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ໜ້າທີ່ວຽກງານຈຸດສຸມໃນປີ 2022 ຄືການຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຍົກລະດັບການພົວພັນ 2 ປະເທດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ຈັດຕັ້ງການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສຸງ 2 ປະເທດໃຫ້ເປັນຢ່າງດີ, ຜັນຂະຫຍາຍກົນໄກການຮ່ວມມືທີ່ມີຢູ່ແລ້ວໃຫ້ມີ ປະສິດທິຜົນແນໃສ່ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ 2 ປະເທດ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊິນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນກັບ ສ.ເກົາຫຼີ ຢ່າງເລິກເຊິ່ງກວ້າງຂວາງກວ່າອີກ; ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ພິຈາລະນາສະໜອງບ້ວງເງິນກູ້ຢືມກ້ອນໃຫຍ່, ສ້າງເງື່ອນໄຂບຸລິມະສິດໃຫ້ແກ່ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ໂຄງການໜູນຊ່ວຍການຍົກສູງກຳລັງ ຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ຮ່ວມມືຢ່າງເລິກເຊິ່ງກວ້າງຂວາງທາງດ້ານແຮງງານ, ການທ່ອງທ່ຽວ, ການສຶກສາ ແລະ ການພົວພັນແລກປ່ຽນລະຫວ່າງປະຊາຊົນ… ທ່ານ ບຸ່ຍແທັງເຊິນ ກໍ່ສະເໜີໃຫ້ ສ.ເກົາຫຼີ ສ້າງລະບຽບການຮັບຮອງເອົາ passport ວັກຊິນຂອງ ຫວຽດນາມ ໃຫ້ສຳເລັດໂດຍໄວ, ສືບຕໍ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສ່ວນທ່ານລັດຖະມົນຕີ Chung Eui Yong ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ສ.ເກົາຫຼີ, ພ້ອມທັງຍົກອອກຂໍ້ສະເໜີລະອຽດທີ່ເຮັດໃຫ້ການຮ່ວມມື 2 ຝ່າຍໃນຂົງເຂດການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ການແພດ - ວິທະຍາສາດເຕັກນິກ, ວັດທະນະທຳ ແລະ ການພົວພັນແລກປ່ຽນ ປະຊາຊົນລະຫວ່າງ 2 ປະເທດ.

ລັດຖະມົນຕີ 2 ທ່ານກໍ່ໄດ້ປຶກສາຫາລືກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢູ່ກົນໄກ, ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສປຊ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top