• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ມີຫຼາຍ​ທ່າ​ໄດ້​ປຽບຫຼາຍຢ່າງ ແລະ ກຽມ​ພ້ອມ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ

ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການຮ່ວມມືເຕັກນິກດີຈີຕອນ (DCO), ອົງການຈັດຕັ້ງສາກົນ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດດີຈີຕອນທົ່ວໂລກ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຫັນເປັນດີຈີຕອນລະຫວ່າງບັນດາປະເທດ, ພິເສດແມ່ນບັນດາປະເທດ ອິດສະລາມ.
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງ Deemah AIYahya, ເລຂາທິການໃຫຍ່ DCO (ພາບ: VGP)

ຕອນບ່າຍວັນທີ 27 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ Riyadh, ອາຣັບບິ ຊະອຸດິ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການຮ່ວມມືເຕັກນິກດີຈີຕອນ (DCO), ອົງການຈັດຕັ້ງສາກົນ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດດີຈີຕອນທົ່ວໂລກ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຫັນເປັນດີຈີຕອນລະຫວ່າງບັນດາປະເທດ, ພິເສດແມ່ນບັນດາປະເທດ ອິດສະລາມ. ເມື່ອຕ້ອນຮັບທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາງ Deemah AIYahya, ເລຂາທິການໃຫຍ່ DCO, ເປັນກຽດເຊື້ອເຊີນ ຫວຽດນາມ ກາຍເປັນສະມາຊິກຖາວອນ; ພ້ອມທັງປາດຖະໜາຢາກ ເພີ່ມທະວີການຮ່ວມມືຄົ້ນຄວ້າ, ບໍາລຸງສ້າງ, ໝູນໃຊ້ເຕັກໂນໂລຢີ. ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ກໍເຫັນດີຕໍ່ຄຳເຊື້ອເຊີນ ຫວຽດນາມ ກາຍເປັນສະມາຊິກຂອງ DCO , ທ່ານສະເໜີໃຫ້ ສອງຝ່າຍສ້າງຕັ້ງກຸ່ມຮ່ວມມື, ພ້ອມກັນແລກປ່ຽນບັນດາວຽກງານລະອຽດ ເພື່ອມຸ່ງໄປເຖິງການຮ່ວມມືຢ່າງຮອບດ້ານ, ໜູນຊ່ວຍ, ແບ່ງປັນຄົ້ນຄວ້າພັດທະນາ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ເຕັກໂນໂລຢີ, AI.

ກໍໃນວັນດຽວກັນ, ເມື່ອເປັນປະທານການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ການລົງທຶນ ຫວຽດນາມ - ອາຣັບບິ ຊະອຸດິ”, ເຫດການທີ່ດຶງດູດກວ່າ 25 ວິສາຫະກິດ ອາຣັບບິ ຊະອຸດິ ໃນບັນດາຂົງເຂດທີ່ພວມມີແນວຄວາມຄິດຄົ້ນຄວ້າລົງທຶນ, ເປີດກວ້າງການລົງທຶນຢູ່ ຫວຽດນາມ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ໃນນັ້ນ ການຮ່ວມມືດ້ານເສດຖະກິດແມ່ນຈຸດສຸມ. ທ່ານຫວັງວ່າ ອາຣັບບິ ຊະອຸດິ ຈະກາຍເປັນ “ປະຕູ” ຊ່ວຍໃຫ້ ຫວຽດນາມ ເຂົ້າເຖິງຕະຫຼາດຕາເວັນອອກກາງ, ໃນຂະນະທີ່ ຫວຽດນາມ ແມ່ນ “ປະຕູ” ເພື່ອໃຫ້ ອາຣັບບິ ຊະອຸດິ ເປີດກວ້າງຕະຫຼາດຢູ່ ອາຊຽນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top