• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ປະ​ຕິ​ບັດ​ສຳ​ເລັດບົດ​ບາດ ເປັນ ປະ​ທານ ປະ​ຊາ​ຄົມ ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ

ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສຸມໃສ່ຜັນຂະຫຍາຍບັນດາມາດຕະການເພື່ອ ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ໃນນັ້ນ ຈະສຸມໃສ່ ຕິດພັນກັບບັນດາເນື້ອໃນບຸລິມະສິດຂອງ ຄະນະກຳມະການແຫ່ງຊາດ ກ່ຽວກັບ ອາຊຽນ ກໍ່ຄື ທ່ານນາຍົກລັດຖະມົນຕີຊີ້ນຳ ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປະຕິບັດສຳເລັດບົດບາດເປັນປະທານ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໃນປີນີ້. 


ທ່ານ ດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ

(ພາບ: TTXVN)

ທ່ານ ດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ດ້ວຍຖານະເປັນປະທານຂອງ ປະຊາຄົມວັດທະນະທຳ - ສັງຄົມ ໃນປີ 2020, ຫວຽດນາມ ຈະສຸມໃສ່ 5 ເນື້ອໃນບຸລິມະສິດ ເຊິ່ງ ຄະນະກຳມະການແຫ່ງຊາດ ກ່ຽວກັບ ອາຊຽນໄດ້ວາງອອກ, ບົນພື້ນຖານນັ້ນ ຈະສ້າງແຜນການເຄື່ອນໄຫວລະອຽດລວມ 33 ຢ່າງ. ທ່ານ ດ່າວງອກຢຸງ ກ່າວວ່າ:

ສອງບຸລິມະສິດຂອງ ຫວຽດນາມ ແມ່ນ: ພັດທະນາແຫຼ່ງຊັບພະຍາກອນມະນຸດ ຖືມະນຸດແມ່ນເປົ້າໝາຍ, ແມ່ນກຳລັງໜູນ ເພື່ອສ້າງການເຊື່ອມຕໍ່ລະຫວ່າງບັນດາປະເທດອາຊຽນ, ເປັນຕົ້ນແມ່ນກ່ຽວກັບວັດທະນະທຳ ແລະ ມະນຸດ. ທີ 2 ແມ່ນ ສຸມໃສ່ ຫົວເລື່ອງ “ພັດທະນາວຽກງານສັງຄົມ ເພື່ອໃຫ້ທຸກຄົນເຂົ້າຮ່ວມ”. ທຸກຄົນ ລ້ວນແຕ່ຕອບສະໜອງ ແລະ ດຳລົງຊີວິດໃນໂລກ ທີ່ມີການຮັບມື ແລະ ເຊື່ອມໂຍງ”.

 (ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top