• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫໍໂມງ ແຫ່ງອະນຸສອນຂອງຊາວ ຫວຽດນາມ ອາໄສ ຢູ່ແຂວງ ນະຄອນພະນົມ - ສັນຍາລັກແຫ່ງໄມຕີຈິດມິດຕະພາບ ຫວຽດນາມ - ໄທ

      ໂດຍພົ້ນເດັ່ນຂຶ້ນໃນເສັ້ນທາງລຽບຕາມຝັ່ງແມ່ນ້ຳຂອງຢູ່ໃຈກາງແຂວງຊາຍແດນນະຄອນພະນົມຢູ່ທາງທິດຕາເວັນອອກສ່ຽງເໜືອປະເທດໄທຫໍໂມງດ້ວຍແຖວໜັງສື “ອະນຸສອນຂອງຊາວ ຫວຽດນາມກ່ອນຍ້າຍກັບຫວຽດນາມປີ ພສ.2503” ແມ່ນໜຶ່ງໃນບັນດາສະຖານທີ່ຢ້ຽມຢາມທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມແຂວງນະຄອນພະນົມເມື່ອມາທີ່ນີ້ແຂກທ່ອງທ່ຽວມີໂອກາດໄດ້ຮັບຊົມທັດສະນີຍະພາບແມ່ນ້ຳຂອງທັງສາຍທີ່ຍາວຢຽດໄດ້ຮັບຟັງເລື່ອງລາວຄວາມໝາຍຂອງຫໍໂມງ  ເຊິ່ງເປັນໜຶ່ງໃນບັນດາສັນຍາລັກຂອງໄມຕີຈິດມິດຕະພາບລະຫວ່າງຫວຽດນາມ - ໄທເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍ່ສ້າງຫໍໂມງອະນຸສອນຂອງຊາວຫວຽດນາມອາໄສຢູ່ແຂວງນະຄອນພະນົມຄົບຮອບ 60 ປີນີ້ຕໍ່ໄປຂໍເຊີນທ່ານ

ຫໍໂມງ ອະນຸສອນຂອງຊາວ ຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ
      ຫໍໂມງ ອະນຸສອນຂອງຊາວ ຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ ມີຄວາມສູງປະມານ 50 ແມັດ, ການທາສີເຫຼືອງ ແລະ ມີໂມງໜ່ວຍໜຶ່ງຕິດຕັ້ງຢູ່ເທິງຫໍ ໄດ້ເຮັດໃຫ້ຫໍໂມງ ພົ້ນເດັ່ນຂຶ້ນ ໃນເສັ້ນທາງໜຶ່ງທີ່ມີຄວາມຄຶກຄັກໜາແໜ້ນທີ່ສຸດໃນໃຈກາງແຂວງນະຄອນພະນົມ ທີ່ຕັ້ງຢູ່ໃກ້ແຄມຝັ່ງແມ່ນ້ຳຂອງ. ຫຼັງຄາຫໍໂມງ ໄດ້ອອກແບບຕາມສະຖາປັດຕະຍາກຳເກົ່າແກ່ຂອງຫວຽດນາມ. ຢູ່ທາງກາງຫໍໂມງມີແຖວໜັງສື “ຊາວ ຫວຽດນາມ ອະນຸສອນກ່ອນຍ້າຍກັບຫວຽດນາມ ປີ ພສ.2503”. ຫໍໂມງ ຍິ່ງສວຍງາມ ແລະ ເປັນໜ້າຈັບໃຈກັບແຂກທ່ອງທ່ຽວ ເມື່ອມີນ້ຳພຸຢູ່ທາງດ້ານໜ້າ, ຮອດຕອນຄ່ຳ, ແສງໄຟຈາກຫໍໂມງນີ້ ແຈ້ງສະຫວ່າງໄປທົ່ວບໍລິເວນ. ໃນວັນທ້າຍອາທິດ, ສະຖານທີ່ແຫ່ງນີ້ ໄດ້ກາຍເປັນບ່ອນຈັດຕະຫຼາດມືດ ໂດຍມີຄົນມາຊື້-ຂາຍຢ່າງຄັບຄາໜາແໜ້ນ. ຫໍໂມງ ອະນຸສອນຂອງຊາວຫວຽດນາມ ອາໄສ ຢູ່ ແຂວງ ນະຄອນພະນົມ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 1 ທັນວາ ປີ 1960 ແລະ ກໍ່ສ້າງສຳເລັດພາຍໃນ 3 ເດືອນ ດ້ວຍການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ ໃນຄາວນັ້ນ. ແບ່ງປັນກ່ຽວກັບຄວາມໝາຍຂອງການກໍ່ສ້າງຫໍໂມງແຫ່ງນີ້, ທ່ານ ເຈິ່ນວັນເຊົ໊າ, ປະທານສະມາຄົມ  ໄທ - ຫວຽດ ຢູ່ແຂວງ ນະຄອນພະນົມ ໃຫ້ຮູ້ວ່າ: ວັນທີ 21 ມີນາ 1946, ຝລັ່ງກັບມາຢຶດຄອງພາກພື້ນ ອິນດູຈີນ ຄັ້ງທີ 2. ກອງທັບ ຝລັ່ງ ໄດ້ລະດົມທຸກແຫຼ່ງກຳລັງເພື່ອແນໃສ່ຢືດເອົາເມືອງ ທ່າແຂກ, ແຂວງ ຄຳມ່ວນ ຂອງ ລາວ - ເຊິ່ງເປັນເມືອງທີ່ຊາວຫວຽດນາມ ດຳລົງຊີວິດເປັນຈຳນວນຫຼາຍ. ປະຊາຊົນຢູ່ທີ່ນີ້ ຕ້ອງປະລະເຮືອນຊານ, ຂ້າມແມ່ນ້ຳຂອງໄປຍັງປະເທດ ໄທ ເພື່ອຫຼົບລີ້ສົງຄາມ. ໃນເດືອນສິງຫາ ປີ 1959, ສະພາກາແດງ ໄທ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບການອະນຸຍາດໃຫ້ຊາວລີ້ໄພ, ຜູ້ທີ່ມີຄວາມປາດຖະໜາ ແລະ ສະໝັກໃຈ ໄດ້ຈົດທະບຽນກັບຄືນເມືອປະເທດ ຫວຽດນາມ. ທ່ານກ່າວວ່າ:
            “ກ່ອນກັບຄືນເມືອປະເທດຊາວຫວຽດນາມ ອາໄສ ຢູ່ແຂວງ ນະຄອນພະນົມ ແລະ ຊາວຫວຽດນາມ ອາໄສ ຢູ່ ໄທ ໄດ້ຕັດສິນໃຈກໍ່ສ້າງຫໍໂມງແຫ່ງນີ້ຂຶ້ນ ດ້ວຍຄວາມປາດຖະໜາຢາກສະແດງຄວາມຮູ້ບຸນຄຸນຕໍ່ບຸນຄຸນອັນມະຫາສານຂອງພະມະຫາກະສັດ ໄທການຊ່ວຍເຫຼືອຢ່າງສຸດໃຈຂອງລັດຖະບານປະຊາຊົນ ໄທ ທີ່ໄດ້ກູ້ເອົາຊີວິດພວກເຮົາໄວ້ ແລະ ໄດ້ຊ່ວຍພວກເຮົາໃນຂະນະຫຼົບລີ້ສົງຄາມນອກຈາກນັ້ນປູ່ຍ່າກໍໄດ້ເລົ່າສູ່ຂ້າພະເຈົ້າວ່າ ມີຫຼາຍຄົນໄດ້ເສຍສະຫຼະຊີວິດໃນບັ້ນບຸກໂຈມຕີຂອງ ຝລັ່ງນ້ຳແມ່ນ້ຳຂອງຄາວນັ້ນກໍປ່ຽນເປັນສີແດງການກໍ່ສ້າງຫໍໂມງນີ້ ກໍເປັນການຈາລຶກວັນທີ່ ຊາວຫວຽດນາມ ຍ້າຍໄປຫຼົບລີ້ສົງຄາມ”.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຖ່າຍຮູບ ກັບການນຳແຂວງນະຄອນພະນົມ
      ປີນີ້, ຫໍໂມງ ອະນຸສອນຊາວຫວຽດນາມ ອາໄສ ຢູ່ແຂວງນະຄອນພະນົມ ໄດ້ຄົບຮອບ 60 ປີ. ຫວ່າງມໍ່ໆມານີ້, ອຳນາດການປົກຄອງແຂວງ ນະຄອນພະນົມ ໄດ້ດຳເນີນການບູລະນະປະຕິສັງຂອນຫໍໂມງແຫ່ງນີ້ . ຢູ່ສະຖານທີ່ແຫ່ງນີ້ ໄດ້ດຳເນີນຫຼາຍເຫດການສຳຄັນຂອງແຂວງ ນະຄອນພະນົມ ກໍຄືຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ ຄື ພິທີສະເຫຼີມສະຫຼອງຫໍໂມງ ຄົບຮອບ 60 ປີທີ່ຖືກຈັດຂຶ້ນໃນວັນທີ 22 ທັນວາ ຜ່ານມາ ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ ໄທກວ່າ 1.200 ຄົນ. 
 
      ອາດເວົ້າໄດ້ວ່າ ຫໍໂມງແຫ່ງນີ້ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງ ຊາວຫວຽດນາມ ອາໄສ ຢູ່ ໄທ ເວົ້າລວມ ແລະ ຂອງແຂວງ ນະຄອນພະນົມ ເວົ້າສະເພາະ ຫາກຍັງເປັນສະຖານທີ່ໃກ້ຊິດກັບປະຊາຊົນຢູ່ທີ່ນີ້ອີກດ້ວຍ. 
      ປັດຈຸບັນນີ້, ຢູ່ແຂວງ ນະຄອນພະນົມ ມີເຂດປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ເປັນຕົ້ນແມ່ນ ເຮືອນຢູ່ຂອງ ລຸງໂຮ່ ຢູ່ ບ້ານໄມ້, ໝູ່ບ້ານມິດຕະພາບ ຫວຽດ - ໄທ ແຂວງ ນະຄອນພະນົມ,… ແຕ່ ເມື່ອມີໂອກາດໄປຢ້ຽມຢາມແຂວງ ນະຄອນພະນົມ ທີ່ສວຍງາມ, ແຂກທ່ອງທ່ຽວສ່ວນຫຼາຍ ກໍບໍ່ພາດທີ່ຈະໄປຢ້ຽມຢາມຫໍໂມງ ເທື່ອໜຶ່ງ. ໄລຍະຜ່ານມາ, ຫໍໂມງ ຍັງຄົງຕັ້ງສະຫງ່າ ແລະ ຂະໜານຢູ່ແຄມຝັ່ງແມ່ນ້ຳຂອງທີ່ຄົດລ້ຽວ ແລະ ກາຍເປັນໜຶ່ງໃນບັນດາສັນອາລັກທີ່ດີງາມກ່ຽວກັບການພົວພັນແລກປ່ຽນວັດທະນະທຳ ລະຫວ່າງ ໄທ ແລະ ຫວຽດນາມ./.
(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top