• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຜັນ​ຂະຫຍາຍໜ້າທີ່​ວຽກງານ​ປີ 2020

ຕອນເຊົ້າວັນທີ 3 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາກອງປະຊຸມສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍໜ້າທີ່ປີ 2020 ຂອງຫ້ອງວ່າການສະພາແຫ່ງຊາດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

 ກ່າວຄໍາເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຊົມເຊີຍບັນດາໝາກຜົນ ເຊິ່ງຫ້ອງວ່າການສະພາແຫ່ງຊາດຫວຽດນາມບັນລຸໄດ້ໃນປີ 2019; ພ້ອມທັງຊີ້ແຈ້ງວ່າ: ປີ 2020, ສະພາແຫ່ງຊາດຫວຽດນາມ ດໍາລົງຕໍາແໜ່ງເປັນປະທານກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ ຄັ້ງທີ 41 (AIPA 41) ສະນັ້ນ ສະເໜີໃຫ້ຫ້ອງວ່າການສະພາແຫ່ງຊາດ ສົມທົບກັນຢ່າງແໜ້ນແຟ້ນ, ຮັບໃຊ້ຄະນະຊີ້ນໍາແຫ່ງຊາດ ແລະ ຄະນະຈັດຕັ້ງ AIPA 41 ສ້າງເນື້ອໃນ, ລາຍການບັນດາການເຄື່ອນໄຫວ, ຈັດຕັ້ງເຫດການໃຫ້ລອບຄອບຖີ່ຖ້ວນ, ສົມກຽດ, ປອດໄພ, ມີປະສິດທິຜົນ; ເອົາໃຈໃສ່ເຖິງວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບເນື້ອໃນເຫດການດັ່ງກ່າວໃຫ້ເຖິງປະຊາຊົນທຸກຄົນ. ທ່ານນາງກວ່າວ່າ:

        “ຈົ່ງສືບຕໍ່ປ່ຽນແປງໃໝ່, ດັດແປງວຽກງານເປັນເສນາທິການ, ຮັບໃຊ້ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ບັນດາສະຫາຍຕ້ອງໃກ້ຊິດຕິດແທດກັບບັນດາລາຍການ, ແຜນການ ເຊິ່ງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໄດ້ປະກາດໃຊ້ ເພື່ອກໍ່ສ້າງແຜນການເປັນເສນາທິການ, ຮັບໃຊ້ການຜັນຂະຫຍາຍບັນດາໜ້າທີ່ໂດຍດ່ວນ; ເປັນເຈົ້າການສະເໜີ, ຍົກສູງຄຸນນະພາບຂອງວຽກງານເປັນເສນາທິການ ໃຫ້ຫຼາຍກວ່າອີກ ເພື່ອຮັບໃຊ້ໃຫ້ແກ່ບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສໍາຄັນ, ການເຄື່ອນໄຫວທາງການທູດ...”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top