• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ປະ​ເທດ​ຕອ​ບ​ສະ​ໜອງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບເຂດ ກາ​ຊາ ຂອງ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ວັນທີ 19 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສົ່ງຄຳເຊື້ອເຊີນໄປຍັງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມສະພາສັນຕິພາບເຂດ ກາຊາ, ເຊິ່ງແມ່ນກົນໄກໃໝ່ ໂດຍທ່ານສະເໜີ ເພື່ອແນໃສ່ຕິດຕາມກວດກາໄລຍະຕໍ່ໄປຂອງແຜນການສັນຕິພາບໃຫ້ແກ່ເຂດ ກາຊາ, ພ້ອມທັງສາມາດເປີດກວ້າງບົດບາດແກ້ໄຂການປະທະກັນອື່ນໆໃນທົ່ວໂລກ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ (ພາບ: REUTERS/Evelyn Hockstein)

ທ່ານ Vladimir Putin ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມສະພາດັ່ງກ່າວ ແລະ ທ່ານ Dmitry Peskov ເລຂາດ້ານສື່ມວນຊົນຂອງປະທານາທິບໍດີ ລັດເຊຍ, ໃຫ້ຮູ້ວ່າ ມົດສະກູ ພວມຄົ້ນຄວ້າຂໍ້ສະເໜີດັ່ງກ່າວ ແລະ ຫວັງວ່າ ຈະຕິດຕໍ່ກັບວໍຊິງຕັນເພື່ອເຮັດແຈ້ງບັນດາເນື້ອໃນລະອຽດ.

ກໍໃນວັນດຽວກັນ, ໂຄສົກຂອງລັດຖະບານ ເຢຍລະມັນ ກໍໃຫ້ຮູ້ວ່າ ໄດ້ຮັບຄຳເຊື້ອເຊີນ ແລະ ຈະພິຈາລະນາກ່ຽວກັບການປະກອບສ່ວນເຊິ່ງ Berlin ອາດຈະປະຕິບັດ ເພື່ອມຸ່ງໄປເຖິງເປົ້າໝາຍແກ້ໄຂການປະທະກັນຢູ່ເຂດ ກາຊາ ຢ່າງຍາວນານ. ຄະນະກຳມະການເອີຣົບ ຢັ້ງຢືນວ່າ ທ່ານນາງປະທານ Ursula von der Leyen ກໍໄດ້ຮັບຄຳເຊື້ອເຊີນຈາກ ອາເມລິກາ ແລະ ພວມປຶກສາບັນດາການນຳສະຫະພາບເອີຣົບ (EU) ກ່ຽວກັບຄວາມສາມາດເຂົ້າຮ່ວມ; ພ້ອມທັງຢັ້ງຢືນວ່າ EU ພ້ອມແລ້ວທີ່ຈະປະກອບສ່ວນໃຫ້ແກ່ແຜນການຮອບດ້ານ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ. ກະຊວງການຕ່າງປະເທດ ຝລັ່ງ ໃຫ້ຮູ້ວ່າ ປະເທດນີ້ພວມພິຈາລະນາຂໍ້ລິເລີ່ມ ພ້ອມກັນນັ້ນ ກໍຢັ້ງຢືນຄືນຄຳໝັ້ນສັນຍາກັບກົດບັດ ສປຊ ແລະ ເນັ້ນໜັກວ່າ ນີ້ຍັງຄົງແມ່ນພື້ນຖານຂອງລັດທິຫຼາຍຝ່າຍທີ່ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top