• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ທ້ອງ​ຖິ່ນ​ຈັດ​ກິດ​ຈະ​ກຳ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ສາ​ກົນ ແລະ ເດືອນ​​ກະ​ທຳ​ເພື່ອ​ເດັກ

ພິທີປຸກລະດົມແມ່ນເພື່ອແນໃສ່ຍູ້ແຮງຂະບວນການທົ່ວປວງຊົນເອົາໃຈໃສ່ເບິ່ງແຍງດູແລ, ສຶກສາອົບຮົມ ແລະ ປົກປ້ອງເດັກ.

ພິທີປຸກລະດົມແມ່ນເພື່ອແນໃສ່ຍູ້ແຮງຂະບວນການທົ່ວປວງຊົນເອົາໃຈໃສ່ເບິ່ງແຍງດູແລ, ສຶກສາອົບຮົມ ແລະ ປົກປ້ອງເດັກ.

    

ພິທີປຸກລະດົມເດືອນກະທຳເພື່ອເດັກປີ 2022 ຢູ່ນະຄອນເຫ້ວ

ວັນທີ 1 ມິຖຸນາ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີປຸກລະດົມເດືອນກະທຳເພື່ອເດັກປີ 2022 ດ້ວຍຫົວຂໍ້ ຮ່ວມແຮງຮ່ວມໃຈປົກປ້ອງເດັກ, ຈົ່ງອອກສຽງ ຕ້ານ ແລະ ສະກັດກັ້ນການທຳຮ້າຍ, ໃຊ້ຄວາມຮຸນແຮງຕໍ່ເດັກ. ພິທີປຸກລະດົມແມ່ນເພື່ອແນໃສ່ຍູ້ແຮງຂະບວນການທົ່ວປວງຊົນເອົາໃຈໃສ່ເບິ່ງແຍງດູແລ, ສຶກສາອົບຮົມ ແລະ ປົກປ້ອງເດັກ

ທີ່ພິທີປຸກລະດົມທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 1 ມິຖຸນາ, ຢູ່ແຂວງ ເທື່ອທຽນ - ເຫ້ວ, ມີຫຼາຍກິດຈະກຳໄດ້ເຄື່ອນໄຫວຄື: ເວທີປາໄສ, ການໂອ້ລົມສົນທະນາ…ເພື່ອໃຫ້ເດັກນ້ອຍໄດ້ສະແດງຄວາມຄິດເຫັນ, ຂໍ້ສະເໜີຄວາມມຸ່ງມາດປາດຖະໜາ; ຮັບເອົາຄຳເຫັນປະກອບຂອງເດັກເຂົ້າໃນການສ້າງນະໂຍບາຍ, ເອກະສານທີ່ກ່ຽວຂ້ອງເຖິງເດັກນ້ອຍ, ເສີມຂະຫຍາຍສິດເຂົ້າຮ່ວມ ແລະ ຊ່ວຍເຫຼືອເດັກ ໃຫ້ມີຄວາມໝັ້ນໃຈ, ປະຕິບັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີ. ທ່ານ ຫງວຽນແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ສະເໜີວ່າ:

        ເພື່ອຍົກສູງຄວາມຮັບຮູ້ຂອງທົ່ວສັງຄົມ, ເປັນຕົ້ນແມ່ນໃນໂຮງຮຽນ, ຄອບຄົວກ່ຽວກັບການຮ່ວມແຮງຮ່ວມໃຈປົກປ້ອງເດັກ, ຕ້ານ ແລະ ສະກັດກັ້ນ, ການໃຊ້ຄວາມຮຸນແຮງຕໍ່ເດັກ. ຍ້ອງຍໍຊົມເຊີຍແບບຢ່າງວຽກດີຄົນເດັ່ນຢ່າງທັນການ, ຕຳໜິຕິຕຽນ, ຄັດຄ້ານການກະທຳລະເມີດກົດໝາຍ, ທຳຮ້າຍ, ໃຊ້ຄວາມຮຸນແຮງຕໍ່ເດັກ, ແກ່ດຶງເອົາເດັກເຂົ້າເຄື່ອນໄຫວອາດຊະຍາກຳ ແລະ ກີດກັ້ນ ການປະຕິບັດສິດທິເດັກ. ບັນດາທ້ອງຖິ່ນຄວນສ້າງແຜນການຈັດຕັ້ງໄລຍະພັກແລ້ງໃຫ້ມີຄວາມປອດໄພ, ປອດໄສໃຫ້ແກ່ເດັກ, ປະຕິບັດວຽກງານສົມທົບກັນຄຸ້ມຄອງລະຫວ່າງໂຮງຮຽນ ກັບທ້ອງຖິ່ນ ແລະ ຄອບຄົວໃນໂອກາດພັກແລ້ງໃຫ້ເປັນຢ່າງດີ.

        ກ່າວຄຳເຫັນທີ່ພິທີປຸກລະດົມເດືອນກະທຳເພື່ອເດັກປີ 2022 ຢູ່ນະຄອນເກິ່ນເທີ ໃນຕອນເຊົ້າວັນທີ 1 ມິຖຸນາ, ທ່ານຟ້າມວັນຮຽວ ຮອງເລຂາຄະນະປະຈຳພັກນະຄອນເກິ່ນເທີ ຢັ້ງຢືນວ່າ ການເບິ່ງແຍງດູແລ, ສຶກສາອົບຮົມ ແລະ ປົກປ້ອງສິດແລະຜົນປະໂຫຍດຂອງເດັກແມ່ນວຽກງານປະຕິບັດຢ່າງເປັນປະຈຳ, ເປັນຈຸດສຸມ ແລະ ຕໍ່ເນື່ອງຂອງທົ່ວສັງຄົມ.

(ແຫຼ່ງຄັດຈາກ VOV)

ລັ​ດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START ຄືນ​ໃໝ່

ລັ​ດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START ຄືນ​ໃໝ່

ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ປະກາດເງື່ອນໄຂເພື່ອໃຫ້ປະເທດນີ້ເຊື່ອມຕໍ່ການປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຢ່າງຄົບຖ້ວນ ນັ້ນແມ່ນ ອາເມລິກາ ຕ້ອງ “ຍົກເລີກ “ນະໂຍບາຍເປັນປໍລະປັກ" ເລັ່ງໃສ່ ລັດເຊຍ.

Top