• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ກິດ​ຈະ​ກຳ​ຖືກ​ຈັດ​ຂຶ້ນ​ເພື່ອ​ສະເຫຼີມ​ສະຫຼອງ​ໄຊ​ຊະ​ນະບັ້ນ​ຮົບ “ຮ່າ​ໂນ້ຍ - ​ດ້ຽນ​ບຽນ​ຝູທາງ​ອາ​ກາດ” ​ຄົບ​ຮອບ 50 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” (12/1972 – 12/2022), ຫໍພິພິທະພັນປະຫວັດສາດແຫ່ງຊາດ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ສົມທົບກັບກົມສຳເນົາ (ຫ້ອງວ່າການສູນກາງພັກ) ຈັດງານວາງສະແດງ ດ້ວຍຫົວຂໍ້ “ເລືອດເນື້ອ ແລະ ດອກໄມ້ - ຮ່າໂນ້ຍ 12 ວັນ ແລະ ຄືນ”.
  ພິທີຕັດແຖບຜ້າ ໄຂງານວາງສະແດງ  

ງານວາງສະແດງດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 16 ທັນວາ ແລະ ເປີດປະຕູຮັບໃຊ້ແຂກມາຢ້ຽມຊົມຮອດເດືອນ ເມສາ 2023 ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ, ທີ່ຢູ່ ເຮືອນເລກທີ 25 ຕົງດ່ານ, ຮວ່ານກຽມ, ຮ່າໂນ້ຍ.

ງານວາງສະແດງລວມມີ 3 ພາກ: ວິໄສທັດຍຸດທະສາດ; ຮ່າໂນ້ຍ 12 ວັນ ແລະ ຄືນ - ເລືອດເນື້ອ ແລະ ດອກໄມ້; ດອກໄມ້ແຫ່ງໄຊຊະນະ ເພື່ອແນໃສ່ແນະນຳບັນດາຊຸດສະສົມເອກະສານ, ພາບຖ່າຍ, ເລື່ອງລາວກ່ຽວກັບການດຳລົງຊີວິດ, ອອກແຮງງານທຳການຜະລິດໃນປາງສົງຄາມທີ່ດຸເດືອດ, ກ່ຽວກັບນ້ຳໃຈຕໍ່ສູ້ ແລະ ຮັບໃຊ້ການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ ຮ່າໂນ້ຍ ໃນ 12 ວັນ ແລະ ຄືນ ທີ່ປົກຄຸມໄປດ້ວຍຄວັນໄຟ ຂອງທ້າຍປີ 1972 ເພື່ອຕ້ານຄືນຈັກກະພັດ ອາເມລິກາ. ງານວາງສະແດງກໍ່ສ່ອງແສງໃຫ້ເຫັນວິວັດທະນາການແຫ່ງການພັດທະນາຂອງນະຄອນຫຼວງ ຮ່າໂນ້ຍ ພາຍຫຼັງ 50 ປີແຫ່ງໄຊຊະນະບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”  ກໍຄືການພົວພັນທາງການທູດ, ການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນຍຸກສະໄໝແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.

 ໃນວັນດຽວກັນ, ກອງພົນທະຫານປ້ອງກັນອາກາດ 371 (ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ) ກໍໄດ້ຈັດກອງປະຊຸມສໍາມະນາ “50 ປີ ແຫ່ງ ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ ດັງກອ້ງວັນວານ” ຢູ່ຮ່າໂນ້ຍ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top