• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມໝາຍ​ໃນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ 2022

ວັນທີ 30 ພະຈິກ, ຢູ່ແຂວງອຸດົມໄຊ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ຫຼວງພະບາງ ໄດ້ສົມທົບກັບ 8 ແຂວງພາກເໜືອລາວ (ລວມມີ: ຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຜົ້ງສາລີ, ຫົວພັນ ແລະ ບໍ່ແກ້ວ) ຈັດຕັ້ງພິທີສະຫຼູບການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

ວັນທີ 30 ພະຈິກ, ຢູ່ແຂວງອຸດົມໄຊ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ຫຼວງພະບາງ ໄດ້ສົມທົບກັບ 8 ແຂວງພາກເໜືອລາວ (ລວມມີ: ຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຜົ້ງສາລີ, ຫົວພັນ ແລະ ບໍ່ແກ້ວ) ຈັດຕັ້ງພິທີສະຫຼູບການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

  ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ກ່າວຄຳເຫັນທີ່ພິທີ, ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳນະຄອນຫຼວງພະບາງ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ບັນດາການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວໄດ້ຮັບການຜັນຂະຫຍາຍຢ່າງຟົດຟື້ນໃນວົງກວ້າງຢູ່ ທຸກຂັ້ນ, ທຸກຂະແໜງການ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຢູ່ທັງສອງປະເທດ ຫວຽດນາມ ແລະ ລາວ. ຜ່ານບັນດາການເຄື່ອນໄຫວ, ການຮ່ວມມືທາງດ້ານການເມືອງ - ການຕ່າງປະເທດ ໄດ້ຮັບການເພີ່ມທະວີປັບປຸງພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນ. ການຮ່ວມມືກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງບັນດາທ້ອງຖິ່ນ ພາກເໜືອລາວ ກັບ ບັນດາແຂວງທີ່ຢູ່ລຽບຕາມຊາຍແດນ ຫວຽດນາມ ສືບຕໍ່ໄດ້ຮັບການຮັກສາ. ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ - ເຕັກນິກ ມີການຜັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ, ໄດ້ເຊັນເອກະສານຮ່ວມມືຫຼາຍສະບັບ, ສ້າງກອບນິຕິກຳຢ່າງຄົບຊຸດ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນສອງຝ່າຍຊອກຮູ້ສະພາບແວດລ້ອມ, ເງື່ອນໄຂດຳເນີນທຸລະກິດ, ສົ່ງເສີມການຮ່ວມມືລົງທຶນ.

ສ່ວນຝ່າຍລາວ, ທ່ານ ບຸນຄົງ  ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາ, ທະວີຄູນ, ສ້າງ ແລະ ຍົກສູງລະດັບການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ເພື່ອແນໃສ່ຍົກສູງຄວາມສາມາດບົ່ມຊ້ອນ ແລະ ກຳລັງຄວາມສາມາດຂອງແຕ່ລະຝ່າຍ, ຍົກສູງປະສິດທິພາບ, ປະສິດທິຜົນຂອງການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການນຳການພົວພັນ ລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃໝ່ຢ່າງແທດຈິງ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top