• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວ​ໜ້າກົມ​ໃຫຍ່ເສ​ນາ​ທິ​ການກອງ​ທັ​ບ​ປະ​ຊາ​ຊົນ​ລາວ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 2 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນຕີ ຄຳລຽງ ອຸທະໄກສອນ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ.

ຕອນເຊົ້າວັນທີ 2 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນຕີ ຄຳລຽງ ອຸທະໄກສອນ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ.

    

ທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ ແລະ ທ່ານພົນຕີ ຄຳລຽງ ອຸທະໄກສອນ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ

ທີ່ການພົບປະສົນທະນາພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ: ໄລຍະຜ່ານມາ, ກອງທັບສອງປະເທດ ທັງຮັບປະກັນໜ້າທີ່ຫຼັກແຫຼ່ງໃນການປ້ອງກັນ, ຕ້ານພະຍາດໂຄວິດ - 19, ທັງສົມທົບກັນຜັນຂະຫຍາຍໜ້າທີ່ການທະຫານປ້ອງກັນປະເທດຊາດ ຕາມແຜນການຮ່ວມມືປະຈຳປີ ແລະ ບັນລຸໄດ້ຜົນງານສຳຄັນ. ການຮ່ວມມືປ້ອງກັນປະເທດສືບຕໍ່ໄດ້ຮັບການຢັ້ງຢືນແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ພົ້ນເດັ່ນຂຶ້ນແມ່ນເລື່ອງສອງປະເທດໄດ້ຮັກສາການພົບປະຂັ້ນສູງ, ຜັນຂະຫຍາຍກົນໄກຮ່ວມມືຢ່າງມີປະສິດທິຜົນ.

        ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່ງ ຫວຽດນາມ - ລາວຢ່າງມີປະສິດທິຜົນ.

ສິ້ນສຸດການພົຍປະເຈລະຈາ, ທ່ານພົນຕີ ຄຳລຽງ ອຸທະໄກສອນໄດ້ເຂົ້າຢ້ຽມພົບປະກັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພົນເອກຟານວັນຢາງ ໄດ້ຕີລາຄາສູງໝາກຜົນຂອງການພົບປະສົນທະນາລະຫວ່າງຫົວໜ້າຫົວໜ້າກົມໃຫຍ່ເສນາທິການກອງທັບຂອງສອງປະເທດ, ທ່ານຟານວັນຢາງ ກໍ່ຖືວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃຫ້ເປັນຢ່າງດີ. ກອງທັບສອງປະເທດຍາມໃດກໍ່ສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນໃນການປະຕິບັດໜ້າທີ່ ແລະ ວິວັດການກໍ່ສ້າງກອງທັບ.

(ແຫຼ່ງຄັດຈາກ VOV)

ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ທີ່ລາຍການ, ໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນທີ່ປະທັບໃຈ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍຄື: ພົບປະແລກປ່ຽນສະແດງສິລະປະ.

Top