• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະເສດຖະກິດສູນກາງ ເຮັດວຽກກັບ ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ

      ວັນທີ 9 ທັນວາ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ພັກກອມມູນິດຫວຽດນາມ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ແລະ ຜູ້ຕາງໜ້າບັນດາອົງການຂອງຫວຽດນາມ ຢູ່ ສປຊ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ  ແລະ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ພັກກອມມູນິດຫວຽດນາມ (ພາບ: TTXVN)
      ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ແບ່ງປັນກ່ຽວກັບບັນດາສິ່ງທ້າທາຍ ເມື່ອຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນ ປີ 2020, ເຊິ່ງເປັນເດືອນທີ່ ຫວຽດນາມ ຮັບໜ້າທີ່ເປັນ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ  2020 – 2021 ຢ່າງເປັນທາງການ.
        ນະທີ່ນີ້, ທ່ານ ຫງວຽນວັນບິ່ງ ກໍຢັ້ງຢືນວ່າ ໜຶ່ງໃນບັນດາຜົນງານໃຫຍ່ທີ່ສຸດ ເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2019  ແມ່ນຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ໂດຍບໍ່ຫວັ່ນໄຫວຕໍ່ບັນດາການຜັນແປຂອງສະພາບການໂລກ ແລະ ຕະຫຼາດເສດຖະກິດສາກົນ. ຫວຽດນາມ ຍັງມີຫຼາຍວຽກຕ້ອງເຮັດ, ພິເສດແມ່ນຕ້ອງມານະພະຍາຍາມຍາດເອົາເອກະລາດດ້ານເສດຖະກິດ ເພື່ອເປັນເຈົ້າການຕ້ານຄືນບັນດາການຜັນແປຢ່າງກະທັນຫັນຈາກພາຍນອກໃຫ້ມີປະສິດທິຜົນ, ພ້ອມກັນນັ້ນ ກໍຕ້ອງມີການປ່ຽນແປງໃໝ່ໃນການບໍລິຫານລັດ ເພື່ອໃຫ້ເໝາະສົມກັບເສດຖະກິດການຕະຫຼາດ ແລະ ສ້າງເງື່ອນໄຂເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກໍາລັງໜູນຂອງທັງພື້ນຖານເສດຖະກິດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top