• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງສື່ມວນຊົນກ່ຽວກັບກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ +3

      ສື່ມວນຊົນຢູ່ພາກພື້ນໄດ້ມີຫຼາຍບົດຂຽນຕີລາຄາສູງຈິດໃຈສາມັກຄີກັນ ແລະ ການສົມທົບກັນຂອງອາຊຽນໃນການຕໍ່ສູ້ຕ້ານໂລກລະບາດ.
ກອງປະຊຸມກ່ຽວກັບການຮັບມືກັບໂລກລະບາດໂຄວິດ- 19
(ພາບ: TTXVN)
      ພາຍຫຼັງກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງອອນລາຍ, ປຶກສາຫາລືກ່ຽວກັບການຮັບມືກັບໂລກລະບາດໂຄວິດ- 19. ສື່ມວນຊົນຢູ່ພາກພື້ນໄດ້ມີຫຼາຍບົດຂຽນຕີລາຄາສູງຈິດໃຈສາມັກຄີກັນ ແລະ ການສົມທົບກັນຂອງອາຊຽນໃນການຕໍ່ສູ້ຕ້ານໂລກລະບາດ.
ໜັງສືພິມ ChannelnewsAsia ຂອງສິງກະໂປ ໄດ້ລົງພິມບົດຂຽນໂດຍເນັ້ນໜັກວ່າ, ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາການນຳຢູ່ພາກພື້ນແບ່ງປັນຂໍ້ມູນຂ່າວສານ, ແຜນການຮັບມືຂອງແຕ່ລະປະເທດ ແລະ ປຶກສາຫາລືບັນດາມາດຕະການເຊິ່ງອາຊຽນ ອາດສາມາດເພີ່ມທະວີການຮ່ວມມື ເພື່ອຮັບມືກັບໂລກລະບາດໂຄວິດ-19.
ໜັງສືພິມ Jakarta Post ຂອງອິນໂດເນເຊຍ ໄດ້ມີບົດສະແດງຄວາມຄິດເຫັນກ່ຽວກັບບັນດາຄວາມມານະພະຍາຍາມຂອງອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ- 19. Jakarta Post ເນັ້ນໜັກວ່າ, ຖ້າຫາກອາຊຽນ ບັນລຸຜົນສຳເລັດໃນການພ້ອມກັນຕ້ານໂລກລະບາດນີ້, ກໍ່ຈະແມ່ນໂອກາດທີ່ດີເພື່ອຢັ້ງຢືນອິດທິພົນຊື່ສຽງຂອງອາຊຽນ ຢູູູ່່່ເວທີສາກົນ ແລະ ສິ່ງສຳຄັນກວ່າແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຂອງປະຊາຊົນຢູ່ພາກພື້ນນີ້ເອງ.
ໜັງສືພິມ KBS ຂອງ ສ.ເກົາຫຼີ ຖືວ່າ, ນີ້ແມ່ນກາລະໂອກາດເພື່ອປຶກສາຫາລືການຮ່ວມມືທົ່ວໂລກໃນການຕໍ່ສູ້ຕ້ານເຊື້ອໄວຣັດ ແລະ ຫຼຸດຜ່ອນບັນດາຜົນກະທົບທາງດ້ານເສດຖະກິດຍ້ອນໂລກລະບາດກໍ່ຂຶ້ນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top