• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງສາກົນຕີລາຄາສູງຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ

ໄຊຊະນະ ດ້ຽນບຽນຝູ ໄດ້ນຳສັນຕິພາບມາໃຫ້ແກຼມ ອິນດູຈີນ ແລະ ແມ່ນປະຖົມປັດໃຈພາໄປເຖິງການລົງນາມໃນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່.
ໜັງສືພິມເອເລັກໂຕນິກຂອງວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕິນ (ພາບ: TTXVN)

“ກ່ອນນີ້ 70 ປີ, ວັນທີ 07 ພຶດສະພາ 1954, ໃນເວລາ 17 ໂມງ 30 ນາທີ, ທຸງແດງດາວເຫຼືອງໄດ້ປິວສະບັດຢູ່ເທິງຂຸ້ມບັນຊາຂອງສັດຕູ”. ນີ້ແມ່ນເນື້ອໃນຄຳຂຶ້ນຕົ້ນບົດຂຽນທີ່ໄດ້ເອົາລົງໃນໜັງສືພິມເອເລັກໂຕນິກຂອງວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂອງຊາດ ຫວຽດນາມ. ບົດຂຽນຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ໄດ້ນຳສັນຕິພາບມາໃຫ້ແກຼມ ອິນດູຈີນ ແລະ ແມ່ນປະຖົມປັດໃຈພາໄປເຖິງການລົງນາມໃນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່.

ໃນບົດຂຽນ “ດ້ຽນບຽນຝູ: ເລົ່າຄືນບົດກອນລຳປະຫວັດສາດ” ເຊິ່ງສຳນັກຂ່າວສານ Prensa Latina ລົງພິມໃນວັນທີ 07 ພຶດສະພາ, ນັກຂ່າວ Moisés Pérez Mok, ຫົວໜ້າອົງການຜູ້ຕາງໜ້າຂອງ Prensa Latina ປະຈຳ ຮ່າໂນ້ຍ, ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນໝາກຜົນຂອງການຊີ້ນຳຢ່າງສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ, ສົມທົບກັບກຳລັງແຮງຂອງກອງທັບ ແລະ ນ້ຳໃຈຮັກຊາດຂອງຊາວ ຫວຽດນາມ.

ໜັງສືພິມ Grupo R Multimedio ຂອງ ອູຣູກວາຍ (ພາບ: vietnamplus.vn)

 ແລະກໍ່ໃນວັນທີ 07 ພຶດສະພາ, ໜັງສືພິມ Grupo R Multimedio ຂອງ ອູຣູກວາຍ ກໍ່ໄດ້ລົງພິມ 3 ບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ, ໃນນັ້ນໄດ້ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ສະແດງໃຫ້ເຫັນກຳລັງແຮງມະຫາສາມັກຄີຂອງທົ່ວປວງຊົນທັງຊາດ, ຄວາມຄາດຫວັງສັນຕິພາບ, ເອກະລາດຂອງຊາດ, ພ້ອມທັງເປັນການພິສູດໃຫ້ເຫັນການຊີ້ນຳທີ່ດີເລີດຂອງພັກກອມມູນິດ ຫວຽດນາມ.

ວັນທີ 07 ພຶດສະພາ, ບັນດາຊ່ອງໂທລະພາບຂອງ ຝລັ່ງ, ຄື: TF1, France Info, Euronews, TV5 Monde, France 24… ໄດ້ເອົາລົງຫຼາຍຂ່າວກ່ຽວກັບພິທີສະເຫຼີມສະຫຼອງ 70 ປິແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂອງ ຫວຽດນາມ ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ພ້ອມກັບການເຂົ້າຮ່ວມຂອງທ່ານລັດຖະມົນຕີກອງທັບ ຝລັ່ງ Sébastien Lecornu ແລະ ທ່ານລັດຖະມົນຕີຮັບຜິດຊອບນັກຮົບເກົ່າ ແລະ ຄວາມຊົງຈຳ Patricia Mirallès ທີ່ພິທີ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

Top