• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງລັດເຊຍຕີລາຄາຕັ້ງໜ້າການຢ້ຽມຢາມຂອງປະທານປະເທດເຈິ່ນດ້າຍກວາງ

      ວັນທີ 29/6, ບັນດາສຳນັກຂ່າວສານ ແລະ ສື່ສານຂອງ ລັດເຊຍ ໄດ້ໃຫ້ຂ່າວ ແລະ ບົດຕີລາຄາກ່ຽວກັບຈຸດປະສົງ, ຄວາມໝາຍ ແລະ ໝາກຜົນແຫ່ງການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ,

ການນຳ 2 ທ່ານ
(ພາບປະກອບ: TTXVN)
       ໃນນັ້ນຖືວ່າ, ການຢ້ຽມຢາມສະຫະພັນລັດເຊຍ ເປັນຄັ້ງທຳອິດຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນເພື່ອແນໃສ່ຊອກຫາກາລະໂອກາດເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.
ສຳນັກຂ່າວສານ TASS ໄດ້ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຂອງ ທ່ານປະທານປະເທດ ເຈິ່ນດ້າຍກວາງ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ມິດຕະພາບລະຫວ່າງສອງປະເທດ.
ສ່ວນໜັງສືພິມ Sputnik ໄດ້ຖືວ່າ, ປະທານາທິບໍດີ Vladimir Pu tin ແລະ ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ປຶກສາຫາລືທຸກແງ່ມູມຂອງການຮ່ວມມື, ພິເສດແມ່ນສຸມໃສ່ການຮ່ວມມືດ້ານເສດຖະກິດ. ການນຳທັງສອງກໍ່ໄດ້ປຶກສາຫາລືກ່ຽວກັບບັນດາໂຄງການຮ່ວມກັນທີ່ມີມູນຄ່ານັບ 10 ຕື້ໂດລາສະຫະລັດ.
ໃນວັນດຽວກັນ, ໜັງສືພິມ ວັງ Kremlin ກໍ່ອອກຖະແຫຼງໃຫ້ຮູ້ວ່າ, ນີ້ແມ່ນການຢ້ຽມຢາມສະຫະພັນ ລັດເຊຍ ເປັນຄັ້ງທຳອິດຂອງທ່ານ ທ່ານປະທານປະເທດ ເຈິ່ນດ້າຍກວາງ, ຜູ້ທີ່ມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງປະເທດຊາດ, ເປັນຜູ້ຕາງໜ້າລັດໃນເວທີສາກົນ ແລະ ເປັນຜູ້ເຊັນບັນດາຂໍ້ຕົກລົງລະຫວ່າງຊາດ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top