• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວ​ຽດ​ນາມ​ອາດ​ສາ​ມາດ​ຄ່ອຍໆ​ເປັນ​ເຈົ້າ​ຂອງ​ເຕັກ​ໂນ​ໂລ​ຢີ​ສູງ

ໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າ ທຳອິດຂອງ ຫວຽດນາມ ຈະຢັ້ງຢືນບາດກ້າວກະໂດດຂັ້ນກ່ຽວກັບການເປັນເຈົ້າເຕັກໂນໂລຢີຫຼັກແຫຼ່ງ, ຍົກສູງກຳລັງຄວາມສາມາດຂອງປະເທດຊາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ສັງກາດໃໝ່ຂອງປະເທດຊາດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)  

ຕອນເຊົ້າວັນທີ 16 ມັງກອນ, ຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າແຫ່ງທຳອິດຢູ່ ຫວຽດນາມ. ນີ້ແມ່ນໂຄງການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ສ້າງຂີດໝາຍເປັນຄັ້ງທຳອິດ ຫວຽດນາມກຳນົດຄວາມສາມາດບົ່ມຊ້ອນໃນການຜະລິດຊິບເຄິ່ງຊັກນຳໄຟຟ້າພາຍໃນປະເທດ. ໂຄງການໂດຍກຸ່ມບໍລິສັດເຕັກໂນໂລຢີ - ໂທລະຄົມມະນາຄົມກອງທັບ ຜັນຂະຫຍາຍໃນໄລຍະ 2026 – 2030. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

ສຸມໃສ່ສ້າງກຳລັງວິສາຫະກິດເຄິ່ງຊັກນຳໄຟຟ້າມີຄວາມເຂັ້ມແຂງຢ່າງພຽງພໍ, ສ້າງພື້ນຖານເພື່ອປະຕິບັດສຳເລັດລະບົບມູນຄ່າເຄິ່ງຊັກນຳໄຟຟ້າພາຍໃນປະເທດ ແລະ ເຊື່ອມຕໍ່ກັບເຂດ FDI ຕ່ອງໂສ້ສະໜອງທົ່ວໂລກ ຢ່າງມີປະສິດທິຜົນ. ຮອດປີ 2030, ສູ້ຊົນມີຢ່າງນ້ອຍສຸດ ວິສາຫະກິດອອກແບບຊິບ100 ແຫ່ງ, 1 ໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າ; ໂຮງງານຕິດຕັ້ງ, ຫຸ້ມຫໍ່, ກວດກາ ປະມານ 10 ແຫ່ງ.ພັດທະນາແຫຼ່ງຊັບພະຍາກອນມະນຸດຂົງເຂດຊິບເຄິ່ງຊັກນຳໄຟຟ້າ ກ່ຽວກັບຈຳນວນ ແລະ ຄຸນນະພາບ, ຮັບປະກັນມີພະນັກງານຢ່າງພຽງພໍໃຫ້ແກ່ທຸກຂັ້ນຕອນ.

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າ ທຳອິດຂອງ ຫວຽດນາມ ຈະຢັ້ງຢືນບາດກ້າວກະໂດດຂັ້ນກ່ຽວກັບການເປັນເຈົ້າເຕັກໂນໂລຢີຫຼັກແຫຼ່ງ, ຍົກສູງກຳລັງຄວາມສາມາດຂອງປະເທດຊາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ສັງກາດໃໝ່ຂອງປະເທດຊາດ.     ທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະຕິບັດພິທີເລີ່ມລົງມືກໍ່ສ້າງ ໂຮງງານ ປະດິດຊິບເຄິ່ງຊັກນຳໄຟຟ້າເຕັກໂນໂລຢີສູງ

​(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top