ຕອນບ່າຍວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາຍຸດທະສາດ, ນະໂຍບາຍອຸດສາຫະກຳການຄ້າໄດ້ຈັດເວທີປາໄສວິທະຍາສາດກ່ຽວກັບການສົ່ງເສີມການລົງທຶນ ແລະ ການຖ່າຍທອດເຕັກໂນໂລຢີໃນຂົງເຂດພະລັງງານ.
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: ວິງລອງ)
ບັນດາບົດປະກອບຄຳເຫັນຢູ່ກອງປະຊຸມສຳມະນາຖືວ່າ ຂະແໜງພະລັງງານຫວຽດນາມ ພວມກ້າວເຂົ້າສູ່ໄລຍະບານພັບທີ່ມີລັກສະນະປະຫວັດສາດ, ຖືກຜົນກະທົບພ້ອມກັນ ຂອງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມໝັ້ນຄົງພະລັງງານໃຫ້ແກ່ພື້ນຖານເສດຖະກິດ ແລະ ຄຳໝັ້ນສັນຍາການປ່ອຍອາຍພິດລົງເປັນ 0 ໃນປີ 2050. ບັນດາຄຳເຫັນສະເໜີຂະແໜງພະລັງງານແມ່ນຄວນຈັດປະສານດ້ານພະລັງງານດ້ວຍປັນຍາປະດິດ (AI), ຫັນຕາໜ່າງໄຟຟ້າເປັນທັນສະໄໝ, ຖ່າຍທອດເຕັກໂນໂລຢີໄຟຟ້ານິວເຄຼຍ, ໝູນໃຊ້ຮູບແບບການລົງທຶນໃນການຫັນປ່ຽນສີຂຽວ ໃຫ້ແກ່ຂະແໜງພະລັງງານຫວຽດນາມ. ທ່ານ ຫງວຽນຄັກກວ່ຽນ, ຮອງຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດ, ນະໂຍບາຍອຸດສາຫະກຳການຄ້າ ຖືວ່າ:
ຫວຽດນາມ ໃຫ້ຄຳໝັ້ນສັນຍານຳການປ່ອຍອາຍພິດລົງເປັນ 0 ໃນປີ 2050 ແລະ ໃນສະພາບການທົ່ວປະເທດພວມຫັນປ່ຽນຕົນ ແລະ ພັດທະນາເສດຖະກິດນັ້ນ ຄວາມຕ້ອງການກ່ຽວກັບພະລັງງານແມ່ນຈະໃຫຍ່ຫຼວງທີ່ສຸດ. ຫວຽດນາມ ຈະປະເຊີນໜ້າກັບ 2 ບັນຫາ ນັ້ນແມ່ນພັດທະນາພະລັງງານຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ ແລະ ຮັບປະກັນການປ່ອຍອາຍພິດລົງລະດັບ 0. ເພາະສະນັ້ນ, ຕາມຂ້າພະເຈົ້າຫວຽດນາມ ຕ້ອງພັດທະນາຕາມທິດພະລັງງານສະອາດ ແລະ ພະລັງງານທົດແທນ.
(ແຫຼ່ງຄັດຈາກ VOV)