• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽ​ດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພື່ອ​ໂລກ​ບໍ່​ມີ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄຼຍ

ຫວຽດນາມ ສະໜັບສະໜູນສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT) ຢ່າງແຮງ; ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບໄປຄຽງຄູ່ກັບການຮັບປະກັນຄວາມປອດໄພ ແລະ ການປະຕິບັດບັນດາມາດຕະຖານຂອງອົງການປະລະມານູສາກົນ (IAEA).
ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນຢູ່ວາລະປະຊຸມ

ນັບແຕ່ວັນທີ 10 – 12 ພະຈິກ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ, ໄດ້ດຳເນີນກອງປະຊຸມຄັ້ງທີ 65 ຂອງຄະນະກຳມະການກະກຽມອົງການສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBTO). ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT) ຢ່າງແຮງ; ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບໄປຄຽງຄູ່ກັບການຮັບປະກັນຄວາມປອດໄພ ແລະ ການປະຕິບັດບັນດາມາດຕະຖານຂອງອົງການປະລະມານູສາກົນ (IAEA). ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ເລື່ອງ ຫວຽດນາມ ຈະຮັບດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຄັ້ງທີ 11 (NPT RevCon 2026 ຢູ່ ນິວຢອກ) ແລະ ຄຳໝັ້ນສັນຍາ ຈະຊຸກຍູ້ຄວາມດຸ່ນດ່ຽງ, ສ້າງຄວາມເຫັນດີເຫັນພ້ອມ, ຕິດພັນວິວັດທະນາການ NPT ກັບບັນດາກົນໄກເສີມສ້າງຄື CTBT. ຫວຽດນາມ ຈະດຳເນີນການປຶກສາຫາລືກັບບັນດາກຸ່ມພາກພື້ນຢູ່ ວຽກນ ແຕ່ວັນທີ 24 – 25 ພະຈິກ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບ CTBTO ແລະ ບັນດາປະເທດສະມາຊິກຊຸກຍູ້ລັດທິຫຼາຍຝ່າຍຢ່າງແໜ້ນແຟ້ນ, ຮັບປະກັນຄວາມດຸ່ນດ່ຽງກ່ຽວກັບພູມີປະເທດ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ແລະ ຊາວໜຸ່ມໃນບັນດາກິດຈະກຳຂອງ CTBTO, ພ້ອມກັນປະກອບສ່ວນເຂົ້າໃນເປົ້າໝາຍລວມກ່ຽວກັບໂລກບໍ່ມີການທົດລອງອາວຸດນິວເຄຼຍ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ໃນຊຸມວັນຜ່ານມາ, ບັນດາສຳນັກຂ່າວສານສາກົນໄດ້ຕີລາຄາສູງຕໍ່ທ່າຟື້ນຟູຢ່າງແຮງຂອງເສດຖະກິດ ຫວຽດນາມ, ເມື່ອລະດັບເຕີບໂຕໃນໄຕມາດທີ III ບັນລຸ 8,22%, ເຊິ່ງເປັນລະດັບສູງສຸດໃນກວ່າ 1 ທົດສະວັດຜ່ານມາ.

Top