• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽ​ດ​ນາມ ສະ​ໜັ​ບ​ສະ​ໜູນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນໃນ​ໂລກໂດຍ​ສັ​ນ​ຕິ​ວິ​ທີ

 ວັນທີ 29 ພະຈິກ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ພ້ອມກັບ ຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງຍຸດຕິກຳ ແລະ ນັກຄົ້ນຄວ້າ, ຜູ້ປະຕິບັດກົດໝາຍຈຳນວນໜຶ່ງຂອງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ປະຈຳປີ ຂອງອົງການໃຫ້ຄຳປຶກສາດ້ານນິຕິກຳ ອາຊີ - ອາຟຣີກາ (AALCO) ຄັ້ງທີ 59 ຢູ່ ໂຮງກົງ (ປະເທດຈິນ).\
ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ  ເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn)

AALCO ແມ່ນອົງການສາກົນລະຫວ່າງລັດຖະບານ ໄດ້ຮັບການສ້າງຕັ້ງປີ 1956 ໃນ ຂະບວນການບໍ່ຮ່ວມກຸ່ມຂອງອາຊີ ແລະ ອາຟຣີກາ, ປະກອບມີ 47 ປະເທດສະມາຊິກ. ກອງປະຊຸມປະຈຳປີ AALCO ປີນີ້ໄດ້ດຳເນີນໃນລະຫວ່າງວັນທີ 29 ພະຈິກ ຫາວັນທີ 1 ທັນວາ ປີ 2021.

        ໃນກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ກ່າວຄຳເຫັນຕາມບັນດາຫົວຂໍ້ຕາມ   ທິດຊຸກຍູ້ ແລະ ເຊີດຊູກົດໝາຍສາກົນ, ເຄົາລົບກົດໝາຍໃນລະດັບສາກົນ; ສະໜັບສະໜູນການແກ້ໄຂການຂັດແຍ້ງກັນໃນໂລກໂດຍສັນຕິວິທີ. ຄະນະຜູ້ແທນ ຫວຽດນາມ ກໍ່ແບ່ງປັນບັນດາບົດຮຽນທີ່ດີຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາດ້ານການພົວພັນຕ່າງປະເທດກໍ່ຄື ທັດສະນະຂອງ ຫວຽດນາມ ທີ່ມີຕໍ່ວິວັດທະນາການຫັນເປັນນິຕິກຳ ແລະ ພັດທະນາກົດໝາຍສາກົນຢ່າງກ້າວໜ້າ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top