• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽ​ດ​ນາມ - ນິວ​ຊີ​ແລນ ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Travor Mallard ປະທານສະພາແຫ່ງຊາດ ນິວຊີແລນ.

ທ່ານນາງ ຫງວຽນທິກິມເງິນປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Travor Mallard ປະທານສະພາແຫ່ງຊາດ ນິວຊີແລນ

ການນຳສອງຝ່າຍໄດ້ຕີລາຄາສູງເລື່ອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ  ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ ໄດ້ເປັນປະທານຮ່ວມການເຈລະຈາຂັ້ນສູງທາງອອນລາຍທີ່ໄດ້ຈັດຕັ້ງຂຶ້ນກ່ອນນີ້ 1 ອາທິດ, ພິເສດແມ່ນເລື່ອງ 2 ປະເທດປະກາດຍົກ ລະດັບການພົວພັນສອງຝ່າຍຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ນິວຊີແລນ (ວັນທີ 19 ມິຖຸນາ 1975 – 19 ມິຖຸນາ 2020), ຖືວ່າ ເລື່ອງຍົກລະດັບສູງການພົວພັນທາງການທູດລະຫວ່າງ ສອງປະເທດຈະເປີດໜ້າປະຫວັດສາດໃໝ່, ສ້າງຂອບເຂດ ແລະ ກຳລັງໜູນໃໝ່ເພື່ອນຳການຮ່ວມມືສອງຝ່າຍສືບຕໍ່ເຂົ້າສູ່ລວງເລິກ.

ສ່ວນບຸລິມະສິດຂອງຫວຽດນາມ ເມື່ອ 2 ປະເທດສ້າງການພົວພັນຄູ່ຮ່ວມມືຍຸດທະສາດ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມປາດຖະໜາຢາກໃຫ້ 2 ປະເທດສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ພ້ອມທັງຕີລາຄາວ່າ ການພົວພັນລະຫວ່າງສອງປະເທດບັນລຸໄດ້ໝາກຜົນທີ່ດີງາມຫຼາຍຢ່າງໃນໄລຍະທີ່ຜ່ານມາ.

        ເມື່ອເຕື້ອງເຖິງບັນດາສາກົນ, ທ່ານນາງ ຫງວຽນທິກິມເງິນ ໄດ້ຢັ້ງຢືນແຜນນະໂຍບາຍຂອງອາຊຽນ ແລະ ຫວຽດນາມ ແມ່ນແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982), ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມເສີລີໃນການເດີນເຮືອ, ການບິນແມ່ນຜົນປະໂຫຍດລວມ ແລະ ຄວາມຮັບຜິດຊອບຂອງທຸກໆປະເທດ, ພ້ອມທັງປາດຖະໜາວ່າ ນິວຊີແລນຈະສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະ ຫວຽດນາມ ໃນບັນຫານີ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top