ຫວຽດນາມ ປາດຖະໜາວ່າ ໄທ ຈະຮັບປະກັນວິວັດການສືບສວນ ແລະ ນຳໃຊ້ບັນດາມາດຕະການຕ້ານການຂາຍບຸບລາຄາໄດ້ດຳເນີນຢ່າງພາວະວິໄສ, ໂປ່ງໃສ, ປະຕິບັດຕາມສັນຍາຕ້ານຂາຍບຸບລາຄາຂອງອົງການການຄ້າໂລກ (WTO) ຢ່າງຄົບຖ້ວນ ແລະ ພິຈາລະນາຍົກເລີກການຈັດວາງບັນດາມາດຕະການຕ້ານຂາຍບຸບລາຄາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຈາກ ຫວຽດນາມ. ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ມີການຮ່ວມມືກັບໄທຢ່າງແໜ້ນແຟ້ນກວ່າອີກ ເພື່ອນຳໃຊ້ບັນດາສັນຍາການຄ້າເສລີ (FTA) ແລະ ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ໃຫ້ມີປະສິດທິຜົນທີສຸດ.
ກ່ອນວາລະປະຊຸມ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ສົ່ງຄຳຖາມກ່ຽວກັບບົດລາຍງານການສຳຫຼວດກວດຄືນນະໂຍບາຍການຄ້າທີ່ກ່ຽວຂ້ອງຂອງ ໄທ. ໄປຄຽງຄູ່ກັນນັ້ນ, ຄະນະຜູ້ຕາງໜ້າ ຫວຽດນາມ ກໍຕັ້ງໜ້າສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ ນຳສະເໜີບົດກ່າວຄຳເຫັນລວມ, ໃນນັ້ນ ຕີລາຄາສູງບົດບາດຂອງ ໄທ ໃນ ອາຊຽນ ກໍຄືຢູ່ WTO.








