ສວນມິດຕະພາບ ລາວ - ຫວຽດນາມ ນີ້ບໍ່ພຽງແຕ່ເປັນສັນຍາລັກຂອງສາຍພົວພັນສອງປະເທດເທົ່ານັ້ນ, ຫາກຍັງກາຍເປັນບ່ອນຈັດຕັ້ງບັນດາກິດຈະກຳວັດທະນະທຳ, ບ່ອນພັກຜ່ອນ, ການເຄື່ອນໄຫວກິລາກາຍຍະກຳ, ເດີ່ນຫຼີ້ນໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນ; ແມ່ນບ່ອນສຶກສາມູນເຊື້ອໃຫ້ແກ່ລຸ້ນຄົນຕໍ່ໆໄປຂອງທັງສອງຊາດ ລາວ - ຫວຽດນາມ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ, ການນຳພັກ, ລັດ ລາວ ເຂົ້າຮ່ວມພິທີ (ພາບ: TTXVN)
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ, ຕອນບ່າຍວັນທີ 2 ທັນວາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສວນມິດຕະພາບ ລາວ - ຫວຽດນາມ, ຢູ່ນະຄອນຫຼວງ ວຽງຈັນ. ເຂົ້າຮ່ວມພິທີດັ່ງກ່າວ ກໍ່ຍັງມີທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ, ການນຳພັກ, ລັດ ລາວ ອີກດ້ວຍ.
ສວນມິດຕະພາບ ລາວ - ຫວຽດນາມ ສັນຍາລັກຂອງສາຍພົວພັນສອງປະເທດ (ພາບ: TTXVN)
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສືບຕໍ່ໃຫ້ຄວາມເອົາໃຈໃສ່, ຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມ, ເພີ່ມທະວີການຄຸ້ມຄອງ, ສົມທົບກັນນຳໃຊ້ ແລະ ນຳໃຊ້ໂຄງການດັ່ງກ່າວໃຫ້ຮັບປະກັນປະສິດທິພາບປະສິດທິຜົນ, ສົມກັບຄວາມມຸ່ງຫວັງຂອງປະຊາຊົນສອງປະເທດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຍາມໃດກໍມານະພະຍາຍາມ, ຊຸກຍູ້ຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມທີ່ໄດ້ຕົກລົງກັນ, ປະກອບສ່ວນເຂົ້າໃນການສ້າງຄວາມວັດທະນາຖາວອນລວມຂອງທັງສອງປະເທດ. ສ່ວນທ່ານຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ທອງສະລິດ ມັງໜໍ່ເມກ ຊີ້ແຈ້ງວ່າ ກິດຈະກຳນີ້ບໍ່ພຽງແຕ່ເປັນສັນຍາລັກຂອງສາຍພົວພັນສອງປະເທດເທົ່ານັ້ນ, ຫາກຍັງກາຍເປັນບ່ອນຈັດຕັ້ງບັນດາກິດຈະກຳວັດທະນະທຳ, ບ່ອນພັກຜ່ອນ, ການເຄື່ອນໄຫວກິລາກາຍຍະກຳ, ເດີ່ນຫຼີ້ນໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນ; ແມ່ນບ່ອນສຶກສາມູນເຊື້ອໃຫ້ແກ່ລຸ້ນຄົນຕໍ່ໆໄປຂອງທັງສອງຊາດ ລາວ - ຫວຽດນາມ.
ເລຂາທິການໃຫຍ່ສອງທ່ານປູກຕົ້ນໄມ້ໃນບໍລິເວນສວນມິດຕະພາບ ລາວ - ຫວຽດນາມ (ພາບ: TTXVN)
ສວນມິດຕະພາບ ລາວ - ຫວຽດນາມ ຢູ່ລາວ ມີເນື້ອທີກວ່າ 30.000 ຕາແມັດ, ດ້ວຍມູນຄ່າກໍ່ສ້າງທັງໝົດກວ່າ 340 ຕື້ດົ່ງ (13,5 ລ້ານ USD), ໃນນັ້ນ ທຶນຊ່ວຍເຫຼືອລ້າຈາກລັດຖະບານ ຫວຽດນາມ ແມ່ນ 330 ຕື້ດົ່ງ (13,2 ລ້ານ USD). ນີ້ແມ່ນກິດຈະກຳທີ່ມີລັກສະນະສັນຍາລັກ, ແມ່ນຂອງຂວັນທາງດ້ານຈິດໃຈ, ວັດທະນະທຳຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຕໍ່ພັກ, ລັດ ແລະ ປະຊາຊົນ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ 50 ປີ ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງສອງພັກ.
(ແຫຼ່ງຄັດຈາກ VOV)