• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນ​າມ ກະ​ທຳ​ເພື່ອ​ຄຳ​ໝັ້ນ​ສັນ​ຍາ​ລວມ: ຢຸດ​ຕິ​ການ​ນຳ​ໃຊ້​ແຮງ​ງານ​ເດັກ​

ໝາກຜົນຂອງການສຳຫຼວດແຫ່ງຊາດກ່ຽວກັບແຮງງານເດັກ ສະແດງໃຫ້ເຫັນວ່າ: ອັດຕາເດັກ ຫວຽດນາມ ໄປເຮັດວຽກຫຼຸດລົງແຕ່ 15,5%ໃນປີ 2012 ລົງເຫຼືອພຽງ 9,1% ໃນປີ 2018.
ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ (ພາບ: baochinhphu.vn)

ປີນີ້, ວັນທີ 12 ມິຖຸນາ ແມ່ນວັນໂລກ ປ້ອງກັນ, ຕ້ານການນຳໃຊ້ແຮງງງານເດັກ (ວັນທີ 12 ມິຖຸນາ) ມີຫົວຂໍ້ “ຈົ່ງກະທຳເພື່ອຄຳໝັ້ນສັນຍາ: ຢຸດຕິການນຳໃຊ້ແຮງງານເດັກ”. ຢູ່ ຫວຽດນາມ, ວຽກງານປ້ອງກັນ, ຕ້ານ ແລະຫຼຸດຜ່ອນແຮງງານເດັກນ້ອຍໃນໄລຍະຜ່ານມາບັນລຸໄດ້ຄວາມກ້າວໜ້າຫຼາຍພໍສົມຄວນ. ອັດຕາແຮງງານເດັກ ຢູ່ ຫວຽດນາມ ຫຼຸດລົງໃນແຕ່ລະປີ. ໝາກຜົນຂອງການສຳຫຼວດແຫ່ງຊາດກ່ຽວກັບແຮງງານເດັກ ສະແດງໃຫ້ເຫັນວ່າ: ອັດຕາເດັກ ຫວຽດນາມ ໄປເຮັດວຽກຫຼຸດລົງແຕ່ 15,5%ໃນປີ 2012 ລົງເຫຼືອພຽງ 9,1% ໃນປີ 2018.

ເພື່ອຫຼຸດຜ່ອນສະພາບການນຳໃຊ້ແຮງງານເດັກ, ລັດຖະບານ ຫວຽດນາມ ໄດ້ ແລະ ພວມສຸມໃສ່ເຂົ້າມາດຕະການພື້ນຖານຈຳນວນໜຶ່ງຄື: ບັນລຸລະດັບການສຶກສາສາມັນຢ່າງທົ່ວເຖິງ, ນະໂຍບາຍລົບລ້າງໄພກຶກໜັງສື, ບັນດານະໂຍບາຍຮັບປະກັນຄວາມສະເໝີພາບໃນການສຳຜັດກັບການສຶກສາໃຫ້ແກ່ເດັກ ຊົນເຜົ່າສ່ວນນ້ອຍ, ເດັກນ້ອຍພິການ, ເດັກນ້ອຍໃນຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ເດັກມີສະພາບການພິເສດ… ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເນັ້ນໜັກວ່າ:

ຫວຽດນາມ ໄດ້ກຳນົດທັດສະນະ ແລະ ທິດທາງເພື່ອກະທຳນັ້ນແມ່ນ: ການປ້ອງກັນ, ຕ້ານຫຼຸດຜ່ອນ ແລະ ກ້າວໄປເຖິງການຢຸດຕິການນຳໃຊ້ແຮງງານເດັກຕ້ອງມີການເຂົ້າຮ່ວມຂອງທົ່ວລະບົບການເມືອງ; ຕ້ອງປ່ຽນແປງແນວຄິດຂອງເດັກ, ຄອບຄົວ, ວົງຄະນະຍາດ, ວິທະຍາສາດ, ໂຮງຮຽນ. ແກ້ໄຂໄດ້ບັນຫາແຮງງານເດັກ, ພິເສດແມ່ນປົກປ້ອງເດັກນ້ອຍຈາກບັນດາວຽກງານໜັກ, ມີຄວາມສ່ຽງ, ສິ່ງແວດລ້ອມພິດ ພວກເຮົາຕ້ອງຮ່ວມມື, ສົມທົບກັນຢ່ງແໜ້ນແຟ້ນ ກັບທຸກເປົ້າໝາຍໃນສັງຄົມ ເພື່ອລົບລ້າງແຮງງານເດັກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top