• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ Airline ເປີດ​ບໍ​ລິ​ການ​ຂາຍ​ປີ​້​ສຳ​ລັບ​ຖ້ຽວ​ບິນ​ການ​ຄ້າ​ສາ​ກົນ​ທົ່ວ​ໄປກັບ​ມາ​ຫວຽດ​ນາມ

ທາງບໍລິສັດ ໄດ້ເປີດບໍລິການຂາຍປີ້ ສຳລັບຖ້ຽວບິນ ໝາຍເລກ VN147 ຈາກ ເຊີອູນ (ສ.ເກົາຫຼີ) ກັບມາຮ່າໂນ້ຍ, ເຊິ່ງຄາດວ່າຈະປະຕິບັດໃນວັນທີ 25 ກັນຍາ.

ຫວຽດນາມ Airline ເປີດບໍລິການຂາຍປີ້ສຳລັບຖ້ຽວບິນການຄ້າສາກົນທົ່ວໄປກັບມາຫວຽດນາມ (ພາບ: Vietnam Airlines)

ຕອນເຊົ້າວັນທີ 23 ກັນຍາ, ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (ຫວຽດນາມ Airlines) ໄດ້ໃຫ້ຂ່າວວ່າ: ທາງບໍລິສັດ ໄດ້ເປີດບໍລິການຂາຍປີ້ ສຳລັບຖ້ຽວບິນ ໝາຍເລກ VN147 ຈາກ ເຊີອູນ (ສ.ເກົາຫຼີ) ກັບມາຮ່າໂນ້ຍ, ເຊິ່ງຄາດວ່າຈະປະຕິບັດໃນວັນທີ 25 ກັນຍາ. ເພື່ອປະຕິບັດຖ້ຽວບິນດັ່ງກ່າວ, ຜູ້ໂດຍສານຕ້ອງຕອບສະໜອງຕາມບັນດາເງື່ອນໄຂຄື ມີໃບຢັ້ງຢືນວ່າເປັນລົບກັບຜົນການກວດກາເຊື້ອໄວຣັດ SARS – CoV – 2 ໂດຍໄດ້ວິໄຈຕາມວິທີ PCR ໃນຮອບເວລາ 3 ວັນ ກ່ອນຈະຂຶ້ນເຮືອບິນ, ໃບຢັ້ງຢືນກ່ຽວກັບສະຖານທີ່ປະຕິບັດການແຍກຕົວຢູ່ຫວຽດນາມ ແລະ ຕິດຕັ້ງໂປແກຼມ ຕິດຕາມປະຫວັດການສຳຜັດ ແລະ ແຈ້ງອາການສຸຂະພາບ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top